ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຄັ້ງທີ 3 ສະໄໝທີ V


     ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 3 ສະໄໝທີ V ໄດ້ ຈັດຂຶ້ນໃນລະຫວ່າງວັນທີ 28-29 ທັນວາ 2021 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະ
ຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກຳມະການ ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ກອງປະຊຸມໄດ້ສຸມໃສ່ສະຫຼຸບຕີລາຄາຄືນການນໍາພາຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ປະຈໍາປີ 2021 ຜ່ານມາ ແລະ ວາງທິດທາງ
ແຜນ ການນໍາພາ ໃນປີ 2022, ໂດຍຄະນະປະຈຳພັກ ແລະ ຄະນະບໍລິຫານງານພັກ ກະຊວງ ຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ ເນື້ອໃນບົດ
ສະຫຼຸບ ແລະ ເອກະພາບທິດທາງແຜນການ ທີ່ຈະສຸມໃສ່ນໍາພາໃນປີ 2022 ເປັນຕົ້ນ ແມ່ນການຕີລາຄາສະພາບການຈັດຕັ້ງນໍາພາ-ຊີ້ນຳຄວາມຮັບ ຜິດ
ຊອບໃນການເບິ່ງບັນຫາໃຫ້ຖືກຕ້ອງກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ວຽກງານ ທີ່ພົ້ນເດັ່ນ, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ
ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງທັນສະພາບການ ເພື່ອຮັບປະກັນໃຫ້ການກຳນົດແຜນວຽກຈຸດສຸມໃນຕໍ່ໜ້າແທດເໝາະ ກັບສະພາບແວດລ້ອມ
ຕົວຈິງ ຂອງກອງທັບເຮົາ, ຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງ ອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ
4 ໜ້າທີ່ ໃຫຍ່ 26 ແຜນງານໃຫ້ແຂງແຮງ, ຕໍ່ເນື່ອງ ແລະ ມີໝາກຜົນຕົວຈິງ.

     ປະທານກອງປະຊຸມຍັງໄດ້ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຍົກສູງຄວາມຮັບຜິດຊອບ ໃນການຄົ້ນ ແລະ ປະກອບຄໍາເຫັນ ໃສ່ເນື້ອໃນກອງປະຊຸມໃຫ້
ຄົບຖ້ວນ, ພາວະວິໄສ ແລະ ມີຜົນສໍາ ເລັດເປັນຢ່າງດີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/12/2021