ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ຈັດຕັ້ງຫັດແອບຝຶກຊ້ອມ ໃນໂອກາດ ງານສະເຫຼີມສະຫຼອງ
ວັນຊາດທີ
2 ທັນວາ ຄົບຮອບ 45 ປີ

     ກຳລັງປະກອບອາວຸດທຸກເຫຼົ່າຮົບ ມີຄວາມພ້ອມໃນທຸກດ້ານ ໃນການຈັດຕັ້ງສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ. ພາຍຫຼັງທີ່ໄດ້
ຫ້າງຫາກະກຽມຈັດຕັ້ງເຝິກຊ້ອມ ການທະຫານຫັດແອບຕົວຈິງ ໃນຕົ້ນເດືອນພະຈິກຜ່ານມາ, ມາຮອດ ວັນທີ 27 ພະຈິກ 2020 ຢູ່ທີ່ສະໜາມຫັດແອບ
ວິທະຍາຄານກົມມະດໍາ ໄດ້ມີການເຝິກຊ້ອມໃຫຍ່ຄັ້ງສຸດທ້າຍໂດຍ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ
ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະຊີ້ນຳລວມ ແລະ ບັນດາອະນຸກໍາມະການ ດ້ານຕ່າງໆ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມຮັບຊົມ.

     ໃນໄລຍະການເຝິກຊ້ອມຂອງກຳລັງປະກອບອາວຸດທຸກເຫຼົ່າຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານຫ້າງຫາກະກຽມ
ແລະ ມາເຖິງປັດຈຸບັນ ບັນດາວຽກງານຕ່າງໆ ໄດ້ມີຄວາມພ້ອມໃນທຸກດ້ານແລ້ວ ເພື່ອຈັດຕັ້ງສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຄັ້ງ
ນີ້ ໃຫ້ມີຜົນສຳເລັດຢ່າງຍິ່ງໃຫຍ່ ແລະ ຈົບງາມສາມາດຮັບປະກັນໄດ້ຄວາມປອດໄພ 100% . ສຳລັບການສະແດງ ທາງການທະຫານ ເພື່ອສະເຫຼີມສະຫຼອງ
ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນວັນທີ 30 ພະຈິກ 2020 ນີ້ ປະກອບມີ 12 ລາຍການ ຄື: ການສະແດງສິລະປະຈາກກອງສິລະປະກອນກອງທັບ,
ກອງຍິງປືນອາຊຽນ ໃຊ້ປືນຍິງເປີດປາຍຄໍາຂວັນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນສັ້ນຊາຍ-ຍິງ ຍິງເປົ້າຈານເຫຼັກ, ເຫຼົ່າຮົບສືບຂ່າວສົມທົບທະຫານອາ
ກາດ, ກອງຫຼອນແຂວງວຽງຈັນ ເຮັດໜ້າທີ່ກອບກູ້ຕົວປະກັນ, ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູພັກທັບຊົ່ວຄາວ ທະຫານອາກາດຍິງເປົ້າໝາຍເທິງໜ້າ
ດິນ ແລະ ໃຊ້ເຮືອບິນ130 ດັບສູນເປົ້າໝາຍ, ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນຊູ-23, ຍິງລູກສອນອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍເທິງ
ອາກາດ, ເຫຼົ່າຮົບປືນໃຫຍ່ໜ້າດິນນໍາໃຊ້ ປືນບີເອັມ-21 ແລະ ປືນໃຫຍ່ 152 ມມ, 122 ມມ ຍິງກະກຽມ ແລະ ຍົກຍ້າຍ, ເຫຼົ່າຮົບຊ່າງແສງສົ່ງໝາກຝາ
ບິນເປີດທາງໄຂ, ທະຫານຍານເກາະສົມທົບເຫຼົ່າຮົບລົດຕັງປະຕິບັດບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບເສນາຮັກກອບກູ້ຄົນເຈັບໃນສະໜາມເຫຼົ່າຮົບເຄມີລົບລ້າງ
ທາດພິດເຄມີ ໃຫ້ກຳລັງ, ພາຫະນະອາວຸດ ແລະ ລາຍການສຸດທ້າຍເຫຼົ່າຮົບທະຫານອາກາດນໍາໃຊ້ເຮືອບິນທຸກຊະນິດບິນສວນສະໝາມ.





     ການເຝິກຊ້ອມການທະຫານຄັ້ງນີ້, ແນໃສ່ເພື່ອຮັບປະກັນການຈັດຕັ້ງສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ມີຜົນສຳເລັດຢ່າງຈົບງາມ
ແລະ ເຫັນໄດ້ເຖິງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ ໃນໄລຍະໃໝ່.