ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ປັບປຸງ​ລະບົບ​ການຈັດຕັ້ງ​ໃຫ້​ພະນັກງານ​ລັດ​ ປະຕິບັດ​ໜ້າທີ່​ວຽກ​ງານ​ມີ​ຜົນສຳເລັດ​ສູງ

     ​ໃນ​ວັນ​ທີ 29 ມິຖຸນາ 2025 ​ສສ ຫວຽດນາມ ໄດ້​ປະກາດ​ນຳ​ໃຊ້​ກົດ​ລະບຽບ​ໃໝ່ ເພື່ອ​ປັບປຸງ​ລະບົບ​ການຈັດຕັ້ງ​ພະນັກງານ​ລັດຖະກອນ
ໂດຍ​ໄດ້​ກຳນົດ​ວ່າ​ບັນດາ​ເຈົ້າ​ໜ້າທີ່ ຫຼື ພະນັກງານ​ລັດ ທີ່​ບໍ່​ສາມາດ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ຕາມ​ທີ່​ຂັ້ນ​ເທິງ​ໄດ້​ມອບ​ໝາຍ​ໃຫ້​ສຳເລັດ​ລຸ​
ລ່ວງ​ພາຍ​ໃນ 1 ປີ, ບຸກຄົນ​ນັ້ນ​ຈະ​ຖືກ​ພິຈາລະນາ​ໃຫ້​ຫຼຸດ​ຊັ້ນ ຫຼື ອອກ​ຈາກ​ຕຳແໜ່ງ​ຂອງ​ຕົນ.

     ກົດ​ລະບຽບ​ໃໝ່ ຍັງ​ກວມ​ລວມ​ເອົາ​ບັນດາ​ພະນັກງານ​ລັດ​ປະເພດ​ອື່ນໆ ອີກ​ເຊັ່ນ: ເຈົ້າ​ໜ້າທີ່ ຫຼື ພະນັກງານ ທີ່​ຍັງ​ລໍຖ້າ​ການ​ສັບ​ຊ້ອນ​ຕຳ
ແໜ່ງ​ຈາກ​ຂັ້ນ​ເທິງ ເນື່ອງ​ຈາກ​ມີ​ການ​ປ່ຽນແປງ​ລະບົບ​ການຈັດຕັ້ງ, ຍຸບ, ລວມ​ເອົາ​ກົມ ຫຼື ກະຊວງ​ຂອງ​ຕົນ​ເຂົ້າ​ກັບ​ກະຊວງ​ອື່ນ. ຕະຫຼອດ​ເຖິງ
​ບຸກຄົນ​ທີ່​ຍັງ​ຂາດ​ວຸດ​ທິ​ການ​ສຶກ​ສາ ຫຼື ລະດັບ​ວິຊາ​ສະເພາະ​ທີ່​ກົງ​ກັບ​ໜ້າທີ່​ຂອງ​ຕົນ ແຕ່​ພັດ​ຍັງ​ຖື​ເບົາ​ກັບ​ການ​ພັດທະນາ ຫຼື ເຂົ້າ​ຮ່ວມ​ການ​ເຝິກ
ອົບຮົມ​ເພີ່ມ​ຕື່ມ ເພື່ອ​ໃຫ້​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຕໍ່​ໄປ​ໄດ້, ບຸກຄົນ​ເຫຼົ່າ​ນີ້ ກໍ​ຈະ​ຖືກ​ພິຈາລະນາ​ໃຫ້​ອອກ​ຈາກ​ລັດຖະກອນ​ເຊັ່ນ​ດຽວ​ກັນ.

     ສະພາ​ແຫ່ງ​ຊາດ ​ສສ ຫວຽດນາມ ຍັງລະບຸ​ຕື່ມອີກວ່າ: ກົດ​ລະບຽບໃໝ່ນີ້, ຄາດ​ວ່າ​ຈະ​ສາ ມາດ​ຫຼຸດ​ຈຳນວນ​ພະນັກງານ​ລັດລົງ ໄດ້​ປະມານ
250.000 ຄົນ​ ໃນຊຸມປີຕໍ່ໜ້າ, ເຊິ່ງຖື​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ບໍລິຫານ​ຊັບພະຍາກອນ, ບຸກ​ຄະລາ​ກອນ​ຂອງ​ປະເທດ​ຢ່າງ​ມີ​ປະສິດທິພາບ​
ຍິ່ງ​ຂຶ້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/07/2025