ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພາບ ເອີ​ຣົບ ຢືນຢັນ​ສິດ​ ໃນ​ການ​ກຳນົດກົດ​ລະບຽບ​ດິ​ຈີ​ຕອນ

     ​ວັນ​ທີ 28 ສິງຫາ ພາຍຫຼັງທີ່ ປະທານນາທິບໍດີ ອາ​ເມ​ຣິ​ກາ ປະກາດ​ຈະ​ເກັບ​ພາສີ ແບບ​ຕອບ​ໂຕ້ ຕໍ່​ມາດ​ຕະການຕິດຕາມ​ຄຸ້ມ​ຄອງ ດ້ານ​ດິ​
ຈີ​ຕອນ ຂອງ​ປະເທດ​ອື່ນ​, ເຈົ້າ​ໜ້າທີ່ ສະຫະພາບ ເອີ​ຣົບ ກໍໄດ້ປະກາດ​ວ່າ ສະຫະພາບ ເອີ​ຣົບ ແລະ ປະເທດ ສະມາຊິກ​ຂອງ​ຕົນມີ​ອະທິປະ​ໄຕ
ແລະ ສິດທິ ໃນ​ການກຳນົດກົດ​ລະບຽບການເຄື່ອນໄຫວ ດ້ານ​ເສດຖະກິດຢູ່​ພາຍ​ໃນ​ຂອງ​ຕົນ. ທ່ານ ນາງ ພອນ​ລາ ປິນ​ໂຮ  ຫົວໜ້າ​ໂຄສົກ ຂອງ​
ຄະນະ​ກຳມາ​ທິ​ການ ສະຫະພາບ ເອີ​ຣົບ ກ່າວ​ວ່າ: “ການ​ວາງ​ກົດ​ລະບຽບຕໍ່​ການເຄື່ອນໄຫວ ດ້ານ​ເສດຖະກິດ ພາຍ​ໃນ ເປັນ​ອະທິປະ​ໄຕ ແລະ
ສິດທິ ຂອງ​ສະຫະພາບ ເອີ​ຣົບ ແລະ ປະເທດ ສະມາຊິກ​ຂອງ​ຕົນ.” ບັນຫາ​ດັ່ງກ່າວ ບໍ່​ນອນ​ຢູ່ໃນ​ຂອບ​ສັນຍາການ​ຄ້າ ລະຫວ່າງ ສະຫະພາບ ເອີ​
ຣົບ-ອາ​ເມ​ຣິ​ກາ ແລະ ເປັນ​ສອງ​ບັນຫາ ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ປະທານາທິບໍດີ ອາ​ເມ​ຣິ​ກາ ໄດ້​ເຜີຍແຜ່ ຂໍ້ຄວາມ​ຜ່ານ​ສື່​ສັງຄົມ​ອອນ​ລາຍ ໂດຍ
​ກ່າວ​ເຕືອນ​ວ່າ: ທຸກ​ປະເທດ ທີ່​ເກັບ​ພາສີດິ​ຈີ​ຕອນ, ສ້າງ​ກົດໝາຍ ດ້ານ​ດິ​ຈີ​ຕອນ, ວາງ​ກົດ​ລະບຽບດ້ານ​ດິ​ຈີ​ຕອນ ຫລື ດຳເນີນ​ການ​ຕິດຕາມຄຸ້ມ​
ຄອງ ດ້ານ​ດິ​ຈີ​ຕອນ, ເວັ້ນ​ແຕ່ ປະເທດ​ເຫລົ່າ​ນີ້ ຍົກເລີກ​ມາດ​ຕະການ ເລືອກ​ປະຕິບັດຕໍ່​ວິ​ສາ​ຫະ​ກິດ ອາ​ເມ​ຣິ​ກາ ເທົ່າ​ນັ້ນ, ຖ້າ​ບໍ່​ດັ່ງນັ້ນ, ຈະ​ເກັບ​
ພາສີ ນຳ​ເຂົ້າ​ສູງ​ພິເສດ ຕໍ່​ສິນຄ້າ​ທີ່​ສົ່ງ​ເຂົ້າ​ໄປ ອາ​ເມ​ຣິ​ກາ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/09/2025