ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ​ ຢືນຢັນ​ບໍ່​ໄດ້​ກັງວົນຕໍ່​ມາດ​ຕະການ​ນຳ​ເຂົ້າ ​ເພີ່ມ​ຂຶ້ນຈາກ ​ອາ​ເມ​ຣິ​ກາ

     ​ວັນ​ທີ 2 ກໍລະກົດ 2025 ທ່ານ ໂຢ​ຊິ​ມາສະ ຮາ​ຢາ​ກິ ຫົວໜ້າ​ເລຂາທິການ​ຄະນະ​ລັດຖະບານ​ຍີ່ປຸ່ນ ເນັ້ນ​ຈຸດ​ຢືນ​ໃນ​ວັນ​ທີ 1 ກໍລະ
ກົດ ຜ່ານ​ມາວ່າ: ຍີ່ປຸ່ນ​ຈະ​ບໍ່​ເສຍສະຫຼະ​ຂະແໜງ​ກະສິກຳ​ຂອງ​ປະເທດ ເພື່ອ​ຕອບ​ສະໜອງ​ຕໍ່​ຂໍ້​ຮຽກຮ້ອງ​ຫຼ້າ​ສຸດ​ຂອງ​ປະທານາທິບໍດີ ໂດ​
ນັນທຣຳ ທີ່​ຕ້ອງການ​ໃຫ້​ຍີ່ປຸ່ນ​ນຳ​ເຂົ້າ ເຂົ້າ​ຈາກ​ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ.

     ທ່ານ ໂຢ​ຊິ​ມາສະ ຮາ​ຢາ​ກິ ກ່າວ​ໃນ​ການ​ຖະແຫຼງ​ຂ່າວ​ວ່າ: ເຮົາ​ບໍ່​ມີ​ຄວາມ​ຕັ້ງໃຈ​ຈະ​ປານີ​ປາ​ນອມ​ໃນ​ສະຖານະ​ການ​ໃດ​ກໍ​ຕາມ ທີ່​
ຈະ​ສົ່ງ​ຜົນ​ເສຍ​ຕໍ່​ຂະແໜງ​ກະສິກຳ​ຂອງ​ຍີ່ປຸ່ນ​ໃນ​ການ​ເຈລະຈາ​ໃນ​ອະນາຄົດ. ຄຳ​ຖະແຫຼງ​ດັ່ງກ່າວ​ມີ​ຂຶ້ນ​ຫຼັງ​ຈາກ ທ່ານ ໂດ​ນັນ ທຣຳ ໂພ​​ສ
​ຂໍ້ຄວາມ​ຜ່ານ​ແພັດຟອມ​ໂຊ​ຊຽວ​ມີ​ເດຍ​ຂອງ​ທ່ານ ອ້າງ​ວ່າ: ຍີ່ປຸ່ນ​ກຳລັງ​ປະສົບ​ບັນຫາ​ຂາດເຂີນ​ເຂົ້າ​ກິນຢ່າງ​ໜັກ ແຕ່​ພັດ​ປະຕິເສດ​ຈະ​ຍອມ
ຮັບ​ເຂົ້າ​ຈາກ​ ອາ​ເມ​ຣິ​ກາ ເຊິ່ງ​ຂໍ້ຄວາມ​ນີ້​ຖືກ​ເບິ່ງ​ວ່າ​ເປັນຄວາມ​ພະຍາຍາມ​ທີ່​ຈະ​ກົດ​ດັນ​ຍີ່ປຸ່ນ​ໃຫ້​ຂະຫຍາຍ​ການ​ນຳ​ເຂົ້າ ເຂົ້າ​ໃນ​ຂະນະ​ທີ່​ທັງ​
ສອງ​ຝ່າຍ​ຍັງ​ເດີນ​ໜ້າ​ເຈລະຈາ​ພາສີ​ອາກອນ​ກັນ​ຢູ່.

     ປັດຈຸບັນ ​ຍີ່ປຸ່ນ ​ປະ​ເຊີນ​ພາສີ​ນຳ​ເຂົ້າ​ຍານພາຫະນະ ແລະ ຊິ້ນ​ສ່ວນ​ຈາກ​ອາ​ເມ​ຣິ​ກາ ໃນ​ອັດຕາ 25% ແລະ ພາສີ​ເຫຼັກ ແລະ ອາ​ລູ​ມີ​
ນຽມ​ໃນ​ອັດຕາ 50% ເຊິ່ງ​ທັງ​ສອງ​ຝ່າຍ​ຈະ​ມີ​ການ​ຫາລື​ກັນ​ຫຼາຍ​ຮອບ, ແຕ່​ພັດ​ບໍ່​ຄືບ​ໜ້າ. ທ່ານ ໂຢ​ຊິ​ມາສະ ຮາ​ຢາ​ກິ ເນັ້ນ​ໜັກ​ວ່າ: ຍີ່ປຸ່ນ
​ຈະ​ເດີນ​ໜ້າ​ເຈລະຈາ​ຢ່າງ​ສ້າງສັນ ແລະ ຈິງ​ໃຈ​ຕໍ່ ​ອາ​ເມ​ຣິ​ກາ ​ຕໍ່​ໄປ ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ທັງ​ສອງ​ປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/07/2025