ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຄັດຄ້ານການເອົາກໍາລັງນາໂຕ ມາຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່ ອູ​ແກຣນ

     ​​​ວັນ​ທີ 29 ສິງຫາ ຜ່ານ​ມາ, ທ່ານ ນາງ ມາ​ເຣຍ ຊາ​ຄາ​ໂຣ​ວາ ໂຄສົກ​ກະຊວງ​ການ​ຕ່າງປະເທດ ຣັດ​ເຊຍ ໄດ້​ຖະແຫຼງ​ວ່າ: ການ​ຮັບປະ
ກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່ ອູ​ແກຼນ ໃນ​ອະນາຄົດ ຕ້ອງ​ແມ່ນ​ໝາກຜົນ​ຂອງ​ມາດ​ຕະການ​ໂດຍ​ສັນຕິພາບ, ແກ້​ໄຂ​ເຖິງ​ກົກ​ເຖິງ​ປາຍ​ຂອງ​ການ​
ປະ​ທະ​ກັນ, ແທນ​ທີ່​ເງື່ອນໄຂ​ຕັດສິນ​ຊີ້​ຂາດ​ໃຫ້​ແກ່​ບັນດາ​ການ​ເຈລະຈາ.

     ກ່ອນ​ໜ້າ​ນັ້ນ, ວັນ​ທີ 21 ສິງ ຫາ, ທ່ານ ເຊີ​ເກ ລາບ​ຣົບ ລັດຖະມົນຕີ​ການ​ຕ່າງປະເທດ ຣັດ​ເຊຍ ເນັ້ນ​ໜັກ​ວ່າ: ຣັດ​ເຊຍ ປະຕິເສດ​ວິທີ​
ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່ ອູ​ແກຣນ ໂດຍ​ຜ່ານ​ການ “ ແຊກ​ແຊງ​ດ້ານ​ການ​ທະຫານ​ຂອງ​ຕ່າງປະເທດ ”; ພ້ອມ​ດຽວກັນ​ນັ້ນ ສະ
ເໜີ​ ໃຫ້​ກຸ່ມ​ບັນດາ​ປະເທດ ໃນ​ນັ້ນ, ​ມີ​ບັນດາ​ສະມາ ຊິກ​ສະພາ​ຄວາມ​ໝັ້ນຄົງ ​ສປຊ, ລວມ​ມີ ເຢຍ​ລະ​ມັນ, ຕວກ​ກີ ແລະ ບາງ​ປະເທດ​ອື່ນ,
ພ້ອມ​ກັນ​ສວມ​ບົດບາດ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່ ອູ​ແກຣນ.

     ບັນດາ​ສຳພັນ​ທະ​ມິດ​ຂອງ ອູ​ແກຼນ ຢູ່ ເອີ​ຣົບ ພວມ​ມານະ​ພະຍາຍາມ​ປຶກສາ​ຫາລື ​ເພື່ອ​ຍົກ​ອອກ​ບັນດາ​ມາດ​ຕະການ​ຮັບ ປະກັນ​ຄວາມ
​ໝັ້ນຄົງ​ໃຫ້​ແກ່ ອູ​ແກຣນ, ເຊັ່ນ: ຜັນ​ຂະຫຍາຍ​ກຳ ລັງ​ຕາເວັນຕົກ​ໄປ​ຍັງ ອູ​ແກຣນ, ສ້າງ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະເທດ​ພາຍຫຼັງ​ການ​
ປະ​ທະ​ກັນ​ສີ້ນ​ສຸດ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/09/2025