
ວາລະສານຊີວຊື້ ລົງພິມບົດຄວາມຂອງ ທ່ານ ສີ ຈິ້ນຜິງ
“ເລັ່ງລັດສ້າງປະເທດຈີນ ທີ່ມີສຸຂະພາບດີ”
ວິທະຍຸ ໂທລະພາບ ສູນກາງຈີນ ລາຍງານ, ວາລະສານຊີວຊື້ ສະບັບທີ 15 ທີ່ພິມຈຳໜ່າຍ ໃນວັນທີ 1 ສິງຫາ ນີ້ ໄດ້ລົງພິມບົດ
ຄວາມສຳຄັນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະ
ກຳມະການການທະຫານສູນກາງຈີນ ທີ່ມີຫົວຂໍ້ວ່າ: ເລັ່ງລັດການສ້າງປະເທດຈີນທີ່ມີສຸຂະພາບດີ.
ບົດຄວາມເນັ້ນໜັກວ່າ: ຮອດປີ 2035 ຈະສ້າງປະເທດຈີນ ທີ່ມີສຸຂະພາບໃຫ້ສຳເລັດ, ແມ່ນນະໂຍບາຍ ທາງຍຸດທະສາດໜຶ່ງ
ທີ່ສູນກາງຈີນວາງອອກ. ໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແມ່ນໄລຍະທີ່ສຳຄັນ ໃນການ
ບັນລຸເປົ້າໝາຍດັ່ງກ່າວ, ຕ້ອງວາງແຜນຢ່າງເປັນເອກະພາບກັນ, ເລັ່ງຊຸກຍູ້ ແລະ ພະຍາຍາມປະຕິບັດ ເພື່ອໃຫ້ໄດ້ຮັບຄວາມຄືບໜ້າ
ຢ່າງເດັດຂາດ.
ບົດຄວາມຊີ້ໃຫ້ເຫັນວ່າ: ຕ້ອງຍຶດໝັ້ນ ຊຸກຍູ້ການພັດທະນາ ວຽກງານສາທາລະນະສຸກ ແລະ ສຸຂະພາບບົນພື້ນຖານສະພາບ
ຕົວຈິງ ແຫ່ງຊາດ, ຕ້ອງຖືການຊຸກຍູ້ການສ້າງປະເທດຈີນ ທີ່ມີສຸຂະພາບດີເປັນສຳຄັນ ແລະ ຕ້ອງໃຫ້ການຮັບປະກັນ ທີ່ເຂັ້ມແຂງ
ແກ່ການສ້າງປະເທດຈີນ ທີ່ມີສຸຂະພາບດີ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2026