ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ຈະ​ທົດ​ລອງ​ຂຸດ​ແຮ່​ຫາ​ຍາກ​ຈາກ​ພື້ນ​ທະເລ​ເລິກ 6 ກິໂລແມັດ

     ​ວັນ​ທີ 30 ທັນວາ ນີ້​ ຍີ່ປຸ່ນ ຈະ​ດຳເນີນ​ການ​ທົດ​ລອງ ການ​ຂຸດ​ດິນ​ທີ່​ມີ​ແຮ່​ຫາ​ຍາກ​ຈາກ​ພື້ນ​ທະເລ​ເລິກ​ນອກ​ເກາະ​ມິ​ນາ​ມິ​ໂທ​ຣີ ທາງ​
ຕາເວັນ​ອອກ​ສ່ຽງ​ໃຕ້​ຂອງ​ນະຄອນຫຼວງ​ໂຕ​ກຽວ​ ປະມານ 1.900 ກິໂລແມັດ ລະຫວ່າງ​ວັນ​ທີ 11 ມັງກອນ ຫາ​ວັນ​ທີ 14 ກຸມພາ 2026
ພາຍ​ໃຕ້​ໂຄງການ ທີ່​ໄດ້​ຮັບ​ການ​ສະໜັບສະໜູນ ຈາກ​ລັດຖະບານ.

     ການ​ທົດ​ລອງ​ດັ່ງກ່າວ ຈະ​ເປັນຄວາມ​ພະຍາຍາມ​ຄັ້ງ​ທຳ​ອິດ​ຂອງ​ໂລກ​ໃນ​ການ​ລຳລຽງ​ດິນ​ແຮ່​ຫາ​ຍາກ​ຈາກ​ລະດັບ​ຄວາມ​ເລິກ​ປະມານ
6 ກິໂລແມັດ ຂຶ້ນ​ສູ່​ເຮືອ​ຢ່າງ​ຕໍ່​ເນື່ອງ​ທ່າມກາງ​ຄວາມ​ພະຍາຍາມ​ຂອງ​ຍີ່ປຸ່ນ​ ໃນ​ການ​ເສີມ​ຄວາມ​ເຂັ້ມແຂງ​ຄວາມ​ໝັ້ນຄົງ​ດ້ານ​ແຮ່​ຫາ​ຍາກ​
ຫຼັງ​ຈີນ ເຂັ້ມ​ງວດ​ການ​ສົ່ງ​ອອກ. ໜຶ່ງ​ໃນ​ພາລະກິດ​ດັ່ງກ່າວ ຄື​ສ້າງ​ຄວາມ​ຕ້ອງການ​ແຮ່​ຫາ​ຍາກ​ທີ່​ຜະລິດ​ໃນ​ປະເທດ ​ເພື່ອ​ໃຫ້​ພາກ​ອຸດສາຫະ
ກຳ​ທີ່​ມີ​ທ່າ​ອ່ຽງ​ຈັດ​ຫາ​ແຮ່​ທາດ​ທີ່​ຈຳເປັນ​ຢ່າງ​ໝັ້ນຄົງ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/01/2026