
ໄທ-ກຳປູເຈຍ ຈັດກອງປະຊຸມ ຄະນະກຳມະການຊາຍແດນຮ່ວມຢູ່ ມາເລເຊຍ

ວິທະຍຸກະຈາຍສຽງຫວຽດ ນາມລາຍງານໃນວັນທີ 5 ສິງ ຫາ 2025 ວ່າ: ກອງປະຊຸມຄະນະກຳມະການຊາຍແດນຮ່ວມ GBC
(General Border Committee) ລະຫວ່າງ ໄທ ແລະ ກຳປູເຈຍຈັດຂຶ້ນ ໃນລະຫວ່າງ ວັນທີ 4 -7 ສິງຫາ ຢູ່ ມາເລເຊຍ ໃນນາມ
ປະເທດ ເປັນກາງ ແລະ ປະທານອາຊຽນ ແທນທີ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ.
ການເລືອກເອົາ ມາເລເຊຍ ເປັນບ່ອນຈັດກອງປະຊຸມຄັ້ງນີ້ ເພື່ອແນໃສ່ຮັບປະກັນລັກສະນະ ເປັນກາງໄກ່ເກ່ຍ. ການກະທຳນີ້ ບໍ່ສ່ອງ
ແສງຄວາມບໍ່ເຊື່ອໝັ້ນ ຫາກເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງເພີ່ມຄວາມເຄັ່ງຕຶງ ແລະ ຮັບປະກັນ ວິວັດການເຈລະຈາດຳເນີນ ເປັນປົກກະ
ຕິ. ຝ່າຍກຳ ປູເຈຍ ໄດ້ມີຄວາມເຫັນດີເຫັນ ພ້ອມຕໍ່ການປ່ຽນສະຖານທີ່ດຳ ເນີນກອງປະຊຸມ. ແຜນດຳເນີນກອງປະຊຸມແມ່ນຈັດຂຶ້ນເປັນ
ເວລາ 3 ວັນ (ວັນຈັນ-ອັງຄານ ແລະ ພຸດ) ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດຊາຍ
ແດນ ໄທ-ກຳປູເຈຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 07/08/2025