ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ກ່າວ​ເຕືອນ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ຢູ່
ແອັບ​ຟະ​ກາ​ນິດ​ສະຖານ ອາດ​ຈະ​ເພີ່ມ​ຂຶ້ນ​ແບບ​ທະວີຄູນ

     ​ໃນ​ວັນ​ທີ 3 ກັນຍາ 2025 ເຫດ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ພາກ​ຕາເວັນ​ອອກ ​ແອັບ​ຟະ​ກາ​ນິດ​ສະຖານ​ໃນ​ວັນ​ທີ 31 ສິງຫາ​ ຜ່ານ​ມາ
ອາດ​ສົ່ງ​ຜົນ​ກະທົບ​ນັບ​ແສນ​ຄົນ. ວັນ​ທີ 2 ກັນຍາ ຜ່ານ​ມາ, ຜູ້​ປະສານ​ງານ​ມະນຸດສະທຳ​ຂອງ ​ສປຊ ປະຈຳ ​ແອັບຟະ​ກາ​ນິດ​ສະຖານ ກ່າວ​
ເຕືອນ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ນີ້ ອາດ​ຈະ​ເພີ່ມ​ຂຶ້ນ ແບບ​ທະວີຄູນ.

     ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 1.400 ຄົນ, ຜູ້​ບາດເຈັບ 3.200 ຄົນ ແລະ ເຮືອນ 8.000 ຫຼັງ​ຖືກ​ພັງ​ທະ​ລາຍ​ໃນ​ເຫດ​ແຜ່ນດິນ​ໄຫວ​ທີ່​ມີ​
ຄວາມ​ແຮງ 6,0 ຣິກ​ເຕີ ຢູ່​ບັນດາ​ເຂດ​ຫ່າງ​ໄກ​ສອກຫຼີກ​ຢູ່​ບັນດາ​ເຂດ​ພູ​ດອຍ ​ແອັບ​ຟະ​ກາ​ນິດ​ສະຖານ ຕິດ​ກັບ​ຊາຍ​ແດນ ປາ​ກິດ​ສະຖານ.
ຕາມ​ອົງການ​ສຳ​ຫຼວດ​ທໍລະນີ​ສາດ ອາເມລິກາ (USGS) ແລ້ວ, ຈຸດ​ໃຈ​ກາງຂອງ​ເຫດ​ແຜ່ນດິນ​ໄຫວ​ນີ້​ຫ່າງ​ຈາກ​ນະຄອນ Jalalabad 27
ກິໂລແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 08/09/2025