
ສປ ຈີນ-ຣັດເຊຍ ປຶກສາຫາລື ກ່ຽວກັບ ຄວາມໝັ້ນຄົງ ດ້ານຍຸດທະສາດ

ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການຄະນະ
ກຳມະການ ວຽກງານການຕ່າງປະເທດ ສູນກາງພັກ ກອມມູນິດຈີນ ແລະ ທ່ານ ເຊີເກ ຊອຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງສະ
ຫະພັນ ຣັດເຊຍ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງ ດ້ານຍຸດທະສາດ ຮອບທີ 20 ລະຫວ່າງ ສປ
ຈີນ-ຣັດເຊຍ ຢູ່ນະຄອນຫລວງ ມົດສະກູ ຂອງຣັດເຊຍ ໂດຍທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນຈະພະຍາຍາມ ຢ່າງສຸດຂີດ ເພື່ອຈັດ
ຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ອັນສຳຄັນ ໃນຂົງເຂດຄວາມໝັ້ນຄົງ ດ້ານຍຸດທະສາດ ລະຫວ່າງ ປະມຸກລັດ ສອງປະເທດ
ຕົກລົງກັນ ແລະ ຊຸກຍູ້ໃຫ້ການປະສານງານ ດ້ານຍຸດທະສາດ ລະຫວ່າງ ສອງຝ່າຍກ້າວໄປສູ່ ຄຸນນະພາບ ສູງກວ່າເກົ່າ.
ນອກນີ້ ທັງສອງຝ່າຍ ຍັງໄດ້ແລກປ່ຽນ ດ້ານຍຸດທະສາດກ່ຽວກັບບັນຫາຍີ່ປຸ່ນ, ໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃນລະດັບ
ສູງ, ພ້ອມທັງເຫັນເປັນເອກະພາບ ກັນວ່າ ຕ້ອງຍຶດໝັ້ນ ປົກປັກຮັກສາ ໝາກຜົນທີ່ໄດ້ຮັບຈາກ ໄຊຊະນະ ໃນສົງຄາມໂລກຄັ້ງ ທີ 2 ທີ່ແລກ
ມາດ້ວຍຊີວິດ ແລະ ເລືອດເນື້ອ, ເດັດດ່ຽວຄັດຄ້ານ ຖ້ອຍຄວາມ ແລະ ການກະທຳຜິດພາດ ທີ່ພະຍາຍາມຜັນປ່ຽນ ປະຫວັດສາດ ຂອງການ
ຮຸກຮານ ເພື່ອລ່າອານານິຄົມ, ເດັດດ່ຽວຕໍ່ຕ້ານ ກົນອຸບາຍ ການຟື້ນຟູລັດທິຟາດຊິດ, ລັດທິຂຸນເສິກຍີ່ປຸ່ນ, ຮ່ວມກັນປົກປັກຮັກສາສັນຕິພາບ
ແລະ ຄວາມໝັ້ນຄົງຂອງໂລກ, ປົກປັກຮັກສາ ຄວາມຈິງທາງປະຫວັດສາດ ແລະ ຄວາມເປັນທຳສາກົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 08/12/2025