
ຍີ່ປຸ່ນ ຊຸກຍູ້ການທ່ອງທ່ຽວເປັນອຸດສາຫະກຳຫຼັກ

ວັນທີ 5 ກຸມພາ ນີ້: ອົງການສົ່ງເສີມການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (ເຈເອັນທີໂອ) ເປີດເຜີຍຮ່າງແຜນການກຳນົດທິດທາງນະ
ໂຍບາຍການທ່ອງທ່ຽວຂອງປະເທດ ຈົນເຖິງປີ 2030 ໂດຍລວມເຖິງ ການເພີ່ມ ຈໍານວນ ພາກພື້ນທີ່ດຳເນີນມາດຕະການແກ້ໄຂບັນຫາ
ພາວະນັກທ່ອງທ່ຽວລົ້ນເມືອງຈາກປັດຈຸບັນ 47 ແຫ່ງເປັນ 100 ແຫ່ງ. ຂະນະທີ່ແຜນການໃໝ່ ຈະກວມເອົາໄລຍະເວລາ 5 ປີ ລະຫວ່າງ
ປີ 2026-2030, ໂດຍ ເອເອັນທີໂອ ຕັ້ງເປົ້າໝາຍຮ່າງແຜນສຸດທ້າຍ ໃຫ້ສຳເລັດພາຍໃນ ເດືອນມີນານີ້ ເພື່ອສະເໜີອະນຸມັດ ຈາກຄະນະ
ລັດຖະມົນຕີ ຕໍ່ໄປ. ຍີ່ປຸ່ນ ຍັງຮັກສາເປົ້າໝາຍເກົ່າທີ່ຈະເພີ່ມຈຳນວນ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຖິງ60 ລ້ານເທື່ອຄົນ ແລະ ສ້າງລາຍ
ໄດ້ຈາກການໃຊ້ຈ່າຍຂອງນັກທ່ອງທ່ຽວ ຢູ່ທີ 15 ພັນຕື້ເຢນຕໍ່ປີ ພາຍໃນປີ 2030 ແລະ ເພີ່ມເປົ້າໝາຍ ຈຳນວນນັກທ່ອງທ່ຽວ ກັບມາ
ທ່ຽວຊ້ຳຈາກ 36 ລ້ານເທື່ອຄົນ ເປັນ 40 ລ້ານເທື່ອຄົນ.ນອກນີ້ແຜນການດັ່ງກ່າວ ຍັງລະບຸເຖິງຄວາມຈຳເປັນ ຂອງການດຳເນີນມາດຕະ
ການ ເພື່ອເສີມສ້າງຄວາມຍືນຍົງຂອງອຸດສາຫະກຳ ການທ່ອງທ່ຽວ, ໂດຍການສ້າງແຜນຮອງຮັບຕໍ່ຄວາມສ່ຽງ ທີ່ຫລາກຫລາຍເຊັ່ນ ການ
ປ່ຽນແປງຂອງສະຖານະການ ລະຫວ່າງປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/02/2026