ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ ຈັບກຸມ​ເຄືອ​ຂ່າຍ​ ການ​ພະນັນ​ອອນ​ລາຍ

     ສຳນັກ​ຂ່າວ​ຫວຽດນາມ ​ລາຍ​ງານ​ວັນ​ທີ 8 ກັນຍາ ​ວ່າ: ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ ໄດ້ທຳລາຍ​ເຄືອ​ຂ່າຍ​ການ​ພະນັນ​ອອນ​ລາຍ​ທີ່​ດຳເນີນ​ງານ
​ຜ່ານ​ເວັບ​ໄຊ​ທີ່​ຄວບ​ຄຸມ​ຈາກ​ຕ່າງປະເທດ​ ຈຳນວນ 3 ແຫ່ງ ເຊິ່ງ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 1 ພັນ​ຕື້​ຣູ​ເປຍ (ສະກຸນ​ເງິນ​ອິນ​ໂດ​ເນ​ເຊຍ) ຕໍ່​ປີ ແລະ ຈັບ​
ກຸມ​ຜູ້​ຕ້ອງ​ສົງໄສ 5 ຄົນ.

     ຜູ້​ຕ້ອງ​ສົງໄສ​ທັງ​ໝົດ​ຖືກ​ຈັບ​ຕົວ​ໃນ​ນະຄອນ​ຫຼວງຈາ​ກາ​ຕາ, ເມືອງ​ຕັງ​ເກຣັງ​ໃຕ້ ແລະ ເມືອງ​ເຊ​ມາ​ຣັງ ໃນ​ເດືອນ​ກໍລະກົດ ຜ່ານ​ມາ ຍ້ອນ​
ຊ່ວຍເຫຼືອ​ໃນ​ການ​ສ້າງຕັ້ງ​ບໍລິສັດ​ບັງ​ໜ້າ ແລະ ເປີດ​ບັນຊີ​ທະນາຄານ​ເພື່ອ​ຮັບ​ເງິນ​ຈາກ​ການ​ພະນັນ. ໂດຍ​ເຄືອ​ຂ່າຍ​ດັ່ງກ່າວ​ໄດ້​ດຳເນີນ​ການ​ທຸລະ​
ກຳ​ຫຼາຍ​ກວ່າ 1.03 ພັນ​ຕື້​ຣູ​ເປຍ ລະຫວ່າງ​ເດືອນ​ມັງກອນ - ສິງຫາ 2026, ສະເລ່ຍ​ປະມານ 8,6 ຕື້​ຣູ​ເປຍ ຕໍ່​ມື້.

     ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ ໄດ້​ຢຶດ​ເງິນ​ປະມານ 51 ຕື້​ຣູ​ເປຍ ທີ່ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ຜູ້​ໃຫ້​ບໍລິການ​ຊຳລະ​ເງິນ 5 ຄົນ ແລະ ກຳລັງ​ຄົ້ນ​ຫາ
​ຜູ້​ຕ້ອງ​ສົງໄສ​ຄົນທີ 6 ທີ່​ເຊື່ອ​ວ່າ​ເປັນ​ຜູ້​ວາງ​ແຜນ​ຢູ່​ເບື້ອງ​ຫຼັງ​ເຄືອ​ຂ່າຍ. ຜູ້​ຕ້ອງ​ສົງໄສ​ເຫຼົ່າ​ນີ້​ອາດ​ຈະຕິດ​ຄຸກ​ສູງ​ສຸດ 15 ປີ ຕາມກົດໝາຍ ​ວ່າ​ດ້ວຍ
​ ການ​ໂອນ​ເງິນ​ທາງ​ເອ​ເລັກ​ໂຕຣ​ນິກ ແລະ ກົດໝາຍ​ອາຍາ​ຂອງ​ອິນ​ໂດ​ເນ​ເຊຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/09/2026