ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳແໜ່ງ​ ປະທານ​ປະເທດ ອາຍຸ​ການ 2026-2031

     ​ຕາມ​ຂ່າວ​ຫວຽດນາມ ອອນ​ໄລ, ຕອນ​ເຊົ້າ​ວັນ​ທີ 7 ເມສາ, ທີ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ເລີກ, ສະພາ​ແຫ່ງ​ຊາດ ຊຸດ​ທີ XVI,
ສະພາ​ແຫ່ງ​ຊາດ ເລືອກ​ຕັ້ງ​ ທ່ານ ໂຕ ​ເລິມ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ໃຫ້​ດຳລົງ​
ຕຳແໜ່ງ​ປະທານ​ປະເທດ ອາຍຸ​ການ 2026-2031. ຕາມ​ການ​ລົງ​ຄະແນນ, ດ້ວຍ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ 495/495
ຄົນ (100% ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ມີໜ້າ) ຕົກລົງ​ເຫັນ​ດີ, ສະພາ​ແຫ່ງ​ຊາດ ໄດ້​ຮັບຮອງ​ເອົາຮ່າງມະຕິ​ເລືອກ​ຕັ້ງ​ທ່ານ ໂຕ​
ເລິມ, ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ XVI ຮັບ
ດຳລົງ​ຕຳແໜ່ງ​ປະທານ​ປະເທດ ອາຍຸ​ການ 2026-2031. ພາຍຫຼັງ​ແຈ້ງ​ຜົນ​ການ​ເລືອກ​ຕັ້ງ, ທ່ານ ໂຕ ​ເລິມ ໄດ້​ສາບານ​ຕົວ ແລະ
ກ່າວ​ປາ​ໄສ​ຮັບ​ດຳລົງ​ຕຳແໜ່ງ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ, ພາຍ​ໃຕ້​ທຸງ​ແດງ​ດາວ​ເຫຼືອງ​ທີ່​ສັກກາລະ​ບູຊາ​ຂອງ​ປະເທດ​ຊາດ, ຕໍ່ໜ້າ​ສະພາ​
ແຫ່ງ​ຊາດ, ພໍ່​ແມ່​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະເທດ, ທ່ານ ໂຕ ​ເລິມ ກ່າວ​ສາບານ​ຕົວ​ວ່າ: ຈະ “ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​
ຊາດ, ຕໍ່​ປະຊາຊົນ, ລັດ​ຖະ​ທຳ​ມະນູນ​ຂອງ​ປະເທດ ​ສສ ຫວຽດນາມ; ມານະ​ພະຍາຍາມ​ສູ້​ຊົນ, ປະຕິບັດ​ສຳເລັດ​ໜ້າທີ່​ເຊິ່ງ​ພັກ, ລັດ
ແລະ ປະຊາຊົນ​ມອບ​ໝາຍ​ໃຫ້”.

ແຫຼ່ງທີ່ມາ: ຂກທ
ວັນທີ 10/04/2026