
ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກ ເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026
ໃນວັນທີ 7 ສິງຫາ ນີ້ ທ່ານ ເລຊຸນຮູນ ປະທານສະຫະພັນເຂົ້າກຳປູເຈຍ ຄາດວ່າກຳປູເຈຍຈະບັນລຸເປົ້າໝາຍທີ່ລັດຖະບານວາງ
ໄວ້ຄືການສົ່ງອອກເຂົ້າສານ 1 ລ້ານໂຕນໃນປີນີ້, ໂດຍພິຈາລະນາຈາກການດຳເນີນງານທີ່ເຂັ້ມແຂງຕະຫຼອດ ເດືອນ ກໍລະກົດ ຜ່ານມາ.
ຖ້າບັນລຸເປົ້າໝາຍ, ຈະເປັນຄັ້ງທຳອິດທີ່ການສົ່ງອອກເຂົ້າສານປະຈຳປີຂອງກຳປູເຈຍ ເກີນ 1 ລ້ານໂຕນ. ໃນລະຫວ່າງເດືອນມັງກອນ
ຫາ ເດືອນກໍລະກົດ ຜ່ານມາ, ມີ 61 ບໍລິສັດ ໄດ້ສົ່ງອອກເຂົ້າສານກຳປູເຈຍ ໄປຍັງ 66 ປະເທດ ແລະ ພາກພື້ນທົ່ວໂລກ.
ໂດຍບັນດາປະເທດອາຊຽນ, ຈີນ ແລະ ສະຫະພາບເອີຣົບ ຍັງຄົງເປັນຕະຫຼາດສົ່ງອອກຫຼັກຂອງເຂົ້າສານກຳປູເຈຍ ເຊິ່ງເຂົ້າຫອມພິ
ເສດກວມເອົາສ່ວນແບ່ງຕະຫຼາດສົ່ງອອກຫຼາຍທີ່ສຸດກວມ 59,2%, ຕາມດ້ວຍເຂົ້າຂາວ 23,6% ແລະ ເຂົ້າຫັກ13,7%, ໃນຂະນະທີ່
ເຂົ້າໜຽວ ແລະ ເຂົ້າອິນຊີ ກວມເອົາອັດຕາສ່ວນທີ່ເຫຼືອ 3,5%.
ແຫຼ່ງທີ່ມາ: ຂກທ
ວັນທີ 11/08/2026