ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ກວດ​ພົບ​ຜູ້​ຕິດເຊື້ອ​ພະຍາດ ຊີ​ຄຸນ​ກຸນ​ຢາ ຈຳນວນ 7.000 ຄົນ

     ​ວັນທີ 8 ສິງຫາ 2025 ​ສປ ຈີນ ພວມປະເຊີນ​ກັບການແພ່ລະບາດ​ຂອງ​ພະຍາດ​ຊີ​ຄຸນ​ກຸນ​ຢາ ຫຼື ພະຍາດ​ໄຂ້​ປວດ​ຂໍ້​ຍຸງ​ລາຍ​ເປັນ​ພະຍາດ
ຈາກ​ຍຸງ​ເປັນ​ພາຫະນະ​ນຳ​ເຊື້ອ, ພົບ​ຜູ້​ຕິດເຊື້ອ​ຫຼາຍ​ກວ່າ 7.000 ຄົນ ໃນ​ແຂວງ​ກວາງຕຸ້ງ ຕັ້ງແຕ່​ເດືອນ​ກໍລະກົດ​ຜ່ານ​ມາ, ສົ່ງ​ຜົນ​ໃຫ້​ຕ້ອງ​ໃຊ້
ມາດ​ຕະການ​ຄວາມ​ຄຸມ​ທີ່​ຄ້າຍຄື​ກັບ​ໄລຍະ​ແພ່​ລະບາດ​ຂອງ ພະຍາດ ໂຄ​ວິດ-19.

     ເມືອງ​ຝໍ​ຊານ ເປັນ​ພື້ນ​ທີ່ ທີ່ໄດ້​ ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ທີ່​ສຸດ ​ໂດຍ​ມີ​ການ​ກຳນົດ​ມາດ​ຕະການ​ໃຫ້ຜູ້​ ຕິດເຊື້ອຊີ​ຄຸນ​ກຸນ​ຢາ​ ຕ້ອງ​ເຂົ້າ​ປິ່ນປົວ​
ໃນ​ໂຮງໝໍ ແລະ ນອນ​ໃນ​ ມຸ້ງ​ຕະຫຼອດ​ເວລາ, ໂດຍ​ຈະອະນຸຍາດ​ໃຫ້​ກັບ​ບ້ານ ເມື່ອ​ຜົນ​ກວດ ເປັນ​ລົບ ຫຼື ເຂົ້າ​ປິ່ນປົວ ເປັນ​ເວລາ 7 ວັນ, ເນື່ອງ​
ຈາກ​ເປັນ​ພະຍາດ ​ທີ່​ບໍ່​ມີ​ຄົນຮູ້​ຈັກ ແລະ ແພ່​ຫຼາຍ​ໃນ​ຈີນ.

     ນອກຈາກ​ນັ້ນ, ຍັງ​ມີ​ການ ລາຍ​ງານ​ວ່າຍັງ​ມີ 12 ເມືອງໃນ​ ແຂວງ​ກວາງຕຸ້ງ ມີ​ຜູ້​ຕິດເຊື້ອດັ່ງ ກ່າວ​ຕັ້ງແຕ່​ເດືອນ​ກໍລະກົດເປັນຕົ້ນ​ມາ. ໂດຍ
​ພະຍາດ​ດັ່ງກ່າວ​ມີ​ອາການ​ໄຂ້​ອອກ​ຕຸ່ມ ແລະ ປວດ​ຂໍ້. ພະຍາດ​ນີ້ບໍ່​ສາມາດ​ຕິດຕໍ່​ຈາກ​ຄົນ​ສູ່​ຄົນ​ໄດ້ ໂດຍ​ກົງແຕ່​ຈະ​ແພ່​ກະຈາຍ ໂດຍ​ຜ່ານ​ຍຸງ​ກັດ
ຜູ້​ຕິດເຊື້ອ​ແລ້ວໄປ​ກັດ​ຄົນ​ອື່ນ​ຕໍ່.

ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2025