ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂອ​ເປັກ​ບວກ ເພີ່ມ​ການ​ຜະລິດ​ນ້ຳມັນ ຫຼາຍກວ່າແສນ​ຖັງ​ຕໍ່​ວັນກຸ່ມ

​     ສຳນັກ​ຂ່າວ​ຊິນ​ຮວາ ລາຍ​ງານ​ເມື່ອ​ຕົ້ນ​ອາທິດ​ນີ້, 7 ປະເທດ​ໃນ​ກຸ່ມ​ໂອ​ເປັກ​ບວກ (OPEC+) ຫຼື ກຸ່ມ​ພັນທະ​ມິດ​ປະເທດ​ຜູ້​ສົ່ງ​ອອກ​ນ້ຳມັນ
ປະກອບ​ມີ: ອາ​ຣັບ​ບີ ຊາ​ອຸ​ດິດ, ຣັດ​ເຊຍ, ອີ​ຣັກ, ກູ​ເວດ, ກາ​ຊັກ​ສະຖານ, ອານ​ເຊຣີ ແລະ ໂອ​ມານ, ໄດ້​ຕົກລົງ​ເພີ່ມ​ການ​ຜະລິດ​ນ້ຳມັນ ໃນ​ເດືອນ
​ກັນຍາ ຂຶ້ນ​ອີກ 1,88 ແສນ​ຖັງ​ຕໍ່​ວັນ ພາຍຫຼັງ​ຈັດ​ກອງ​ປະຊຸມ​ຮ່ວມ​ກັນ ເພື່ອ​ທົບ​ທວນ​ສະຖານະ​ການ ແລະ ທ່າ​ອ່ຽງ​ຂອງ​ຕະຫຼາດ​ໂລກ.

     ໃນ​ທີ່​ປະຊຸມ7 ປະເທດ ເຫັນ​ດີ​ເປັນ​ເອກະ​ພາບ​ຕັດສິນ​ໃຈ​ເພີ່ມກໍາລັງ​ການ​ຜະລິດ ເພື່ອ​ຮ່ວມ​ສະໜັບສະໜູນ​ສະຖຽນ​ລະ​ພາບ ຂອງ​ຕະຫຼາດ​ນ້ຳ
ມັນ, ເຊິ່ງ​​ກ່ອນ​ໜ້ານີ້ ເຄີຍ​ປັບ​ຫຼຸດ​ການ​ຜະລິດ​ນ້ຳມັນ​ໂດຍ​ສະໝັກ​ໃຈ ຄັ້ງ​ທຳ​ອິດ ຢູ່ທີ່ 1,65 ລ້ານ​ຖັງ​ຕໍ່​ວັນ ໃນ​ເດືອນ​ເມສາ 2023 ແລະ ໄດ້​ຂະ
ຫຍາຍ​ເວລາການ​ປັບ​ຫຼຸດ​ດັ່ງກ່າວ ຈົນ​ເຖິງ​ທ້າຍ​ປີ 2026, ໂດຍ​ມະຕິ​ໃນ​ວັນ​ທີ 2 ສິງຫາ ນັບ​ເປັນ​ເດືອນ​ທີ 6 ຕິດຕໍ່​ກັນ ທີ່​ກຸ່ມ​ໂອ​ເປັກ​ບວກ ໄດ້​
ເຫັນດີເພີ່ມ​ກໍາລັງການ​ຜະລິດ​ນ້ຳມັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2026