
ທ່ານ ເຈິ່ນເກີມຕູ໋ ຜູ້ປະຈຳການເລຂາທິການສູນກາງພັກ
ຕ້ອນຮັບຄະນະພັກກຳມະກອນ ຮົງກາຣີ
ສະຫາຍ ເຈິ່ນເກີມຕູ໋ ກຳມະການກົມການເມືອງ, ຜູ້ປະຈຳການ
ເລຂາທິການສູນກາງພັກ
ຕອນບ່າຍວັນທີ 5 ຕຸລາ, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນເກີມຕູ໋ ກຳມະການກົມການເມືອງ, ຜູ້ປະຈຳການເລຂາທິການສູນກາງ
ພັກ ໄດ້ຕ້ອນຮັບຄະນະພັກກຳມະກອນຮົງກາຣີ ນຳໂດຍທ່ານປະທານພັກ Thürmer Gyula ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດ
ວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 4-10 ຕຸລາ. ສະຫາຍ ເຈິ່ນເກີມຕູ໋ ຕີລາຄາສູງຕໍ່ການພົວພັນສາມັກຄີ, ມິດ ຕະພາບ ແລະ ການຮ່ວມ
ມືລະຫວ່າງສອງພັກ, ສອງປະເທດ ໃນຫຼາຍປີຜ່ານມາ, ສະຫາຍ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ນັບຖື,
ຮູ້ບຸນຄຸນຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອສຸດຈິດສຸດໃຈຂອງບັນດານັກກອມມູນິດ ແລະປະຊາຊົນຮົງກາຣີ ໃນພາລະກິດຕໍ່ສູ້ປົດປ່ອຍ
ຊາດ, ທ້ອນໂຮມປະເທດເປັນເອກະພາບ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກ ສາປະເທດຊາດ. ສະຫາຍ ເຈິ່ນເກີມຕູ໋ ຊົມເຊີຍໝາກຜົນ
ການເຄື່ອນໄຫວຂອງພັກກຳມະກອນຮົງກາຣີ, ໂດຍສະເພາະແມ່ນການຍຶດໝັ້ນອຸດົມການ ແລະລັດທິມາກ-ເລນິນ; ພ້ອມທັງສະແດງຄວາມ
ເຊື່ອໝັ້ນວ່າ ພັກກຳມະກອນຮົງກາຣີ ຈະສືບຕໍ່ປັບປຸງການຈັດຕັ້ງພັກ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ຍົກສູງອິດທິພົນຊື່ສຽງ ແລະ ຖານະ
ບົດບາດ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ຮົງກາຣີ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ສະຫາຍ ເຈິ່ນເກີມຕູ໋ ເນັ້ນ
ໜັກ ວ່າ, ຫວຽດນາມ ຍຶດໝັ້ນເສັ້ນ ທາງກ້າວຂຶ້ນລັດທິສັງຄົມນິຍົມ, ປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ,
ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ເປັນເຈົ້າການ ແລະ ຕັ້ງໜ້າ
ເຊື່ອມໂຍງເຂົ້າກັບສາກົນ. ຢືນຢັນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບ
ກັບ ພັກກຳມະກອນຮົງກາຣີ ແລະ ບັນດາພັກກອມມູນິດ, ກຳມະກອນຢູ່ໃນທົ່ວໂລກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ,
ອຳນວຍຄວາມສະດວກໃຫ້ການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ. ທ່ານປະທານ Thürmer Gyula ຢືນຢັນວ່າ, ການຢຶດໝັ້ນ
ລັດທິມາກ-ເລນິນ ແມ່ນການເລືອກເຟັ້ນຢ່າງຖືກຕ້ອງຂອງບັນດາພັກກອມມູນິດ; ຢືນຢັນວ່າ ພັກກຳມະກອນຮົງກາຣີ ພ້ອມກັບບັນດາພັກການ
ເມືອງຮົງກາຣີສະໜັບສະໜູນລັດຖະບານຮົງກາຣີ ສືບຕໍ່ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດ
ນາມໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແທດຈິງ. ສອງຝ່າຍເຫັນດີກ່ຽວກັບ 5 ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເພີ່ມທະວີການ ແລກ
ປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ລະຫວ່າງບັນດາອົງການເປັນເສນາທິການຂອງສອງພັກ; ແລກປ່ຽນທິດສະດີ ແລະ ພຶດຕິ ກຳຕົວຈິງໃນການກໍ່
ສ້າງພັກ; ເສີມຂະຫຍາຍຊ່ອງທາງພັກ ເພື່ອຊຸກຍູ້ການຮ່ວມມື ຫວຽດນາມ-ຮົງກາຣີ ໃນບັນດາຂົງເຂດ ເຊິ່ງ ສອງຝ່າຍມີທ່າແຮງ ແລະຄວາມ
ສາມາດບົ່ມຊ້ອນ; ພ້ອມທັງເອົາ ໃຈໃສ່ພັດທະນາບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ເຊັ່ນ ການສຶກສາ-ກໍ່ສ້າງ, ວັດທະນະທຳ ແລະ ການ
ພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນເພີ່ມທະວີຄວາມຜູກພັນ ແລະ ປັບປຸງພື້ນຖານສັງຄົມໃຫ້ແກ່ການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດ
ແທດຈິງຂອງປະຊາຊົນສອງປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 13/10/2026