
ມຽນມາ ສົ່ງອອກເຂົ້າ ຫຼາຍໂຕນພາຍໃນ 6 ເດືອນ
ວັນທີ 12 ຕຸລາ ນີ້, ສະຫະພັນເຂົ້າ ປະເທດ ມຽນມາ ເປີດເຜີຍວ່າ: ມຽນມາ ສາມາດສົ່ງອອກເຂົ້າ ແລະ ເຂົ້າຫັກ
ລວມທັງໝົດ 971.662 ໂຕນ ໃນໄລຍະ 6 ເດືອນທຳອິດ ຂອງ ປີງົບປະມານ 2026-2027 ເຊິ່ງເລີ່ມຕົ້ນ ໃນເດືອນ
ເມສາ ແລະ ສາມາດສ້າງລາຍໄດ້ ຈາກການສົ່ງອອກ ປະມານ 338 ລ້ານໂດລາ ສະຫະລັດ. ໃນຂະນະທີ່ ສະຫະພັນ
ດັ່ງກ່າວ ໄດ້ລະບຸວ່າ ຕົວເລກ ການສົ່ງອອກ ໃນໄລຍະເວລາ ດັ່ງກ່າວ ແມ່ນໜ້ອຍກວ່າ ຍອດການສົ່ງອອກ ໃນໄລຍະ
ດຽວກັນ ຂອງ ປີງົບປະມານ ຜ່ານມາ ເຊິ່ງເຄີຍສູງກວ່າ 1,2 ລ້ານໂຕນ ໂດຍລວມທັງເຂົ້າ ແລະ ເຂົ້າຫັກເຫຼົ່ານີ້
ໄດ້ສົ່ງອອກ
ຜ່ານເສັ້ນທາງທະເລ ແລະ ເສັ້ນທາງບົກ ໄປຍັງ 30 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/10/2026