ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ຝຣັ່ງ ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ຣິ​ກາ​ ທີ່​ຂຶ້ນ​ພາສີ 30% ຕໍ່​ສະຫະພາບ​ເອີ​ຣົບ

     ​ວັນ​ທີ 13 ກໍລະກົດ ນີ້, ໂດຍ​ອີງ​ຕາມ ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ປະ​ທານາ​ທິ​ບໍດີ​ຝຣັ່ງ​ໄດປະກາດ​ຜ່ານ​ສື່​ສັງຄົມ​ອອນ​ລາຍວ່າ: ຝຣັ່ງ ແລະ
ຄະນະ​ກຳມາ​ທິ​ການ​ສະຫະພາບ​ເອີ​ຣົບ​ເປັນ​ເອກະ​ພາບ​ກັນ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ຣິ​ກາ​ ທີ່​ປະກາດ​ໃນ​ມື້​ດຽວ​ກັນວ່າ, ຈະ​ຂຶ້ນ​ພາສີ​ໃນ​ລະດັບ
30% ຕໍ່​ສິນຄ້າ​ສົ່ງ​ອອກ​ຈາກ​ສະຫະພາບ​ເອີ​ຣົບ ​ເລີ່ມ​ແຕ່​ວັນ​ທີ 1 ສິງຫາ ​ນີ້​ເປັນຕົ້ນ​ໄປ.

     ທ່ານ ມາ​ຄຣົງ ແຈ້ງ​ໃຫ້​ຮູ້​ວ່າ: ພາຍ​ໃຕ້​ສະພາບ​ການ​ທີ່​ສະຫະພາບ​ເອີ​ຣົບ​ ສາມັກຄີ​ກັນ,ຄະນະ​ກຳມາ​ທິ​ການ​ສະຫະພາບ​ເອີ​ຣົບ ​ຄວນ​ສະແດງ
​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ສະຫະພາບ​ເອີ​ຣົບ ​ໃນ​ການ​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ຕົນ​ຢ່າງ​ເດັດດ່ຽວ. ຖ້າ​ຫາກ​ສະຫະພາບ​ເອີ​ຣົບ ແລະ ອາ
​ເມ​ຣິ​ກາ​ບໍ່​ສາມາດ​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ກ່ອນ​ວັນ​ທີ 1 ສິງຫາ​ ນີ້, ສະຫະພາບ​ເອີ​ຣົບ ​ຄວນ​ປຸກລະດົມ​ມາດ​ຕະການ​ທັງ​ໝົດ​ລວມ​ທັງ
​ກົນ​ໄກ​ຕໍ່ຕ້ານ​ໄພ​ຂົ່ມຂູ່ ເພື່ອ​ເລັ່ງ​ລັດ​ກະກຽມ “ມາດ​ຕະການ​ຕອບ​ໂຕ້​ທີ່​ໜ້າ​ເຊື່ອ​ຖື”. ຝຣັ່ງ​ ສະໜັບສະໜູນ​ຄະນະ​ກຳມາ​ທິ​ການ​ສະຫະພາບ​ເອີ​ຣົບ
​ເລັ່ງ​ລັດ​ດຳເນີນ​ການ​ເຈລະຈາ​ກັບ​ອາ​ເມ​ຣິ​ກາ ເພື່ອ​ບັນລຸ​ສັນຍາ​ທີ່​ຕ່າງ​ຝ່າຍ​ຕ່າງ​ສາມາດ​ຮັບ​ເອົາ​ໄດ້​ກ່ອນ ​ວັນ​ທີ 1 ສິງຫາ​ ​ນີ້.

     ຄະນະທີ່ທ່ານ​ນາງ ເອີ​ຊູ​ລາ ວົນ ເດີ ເລ​ເຢນ ປະທານ​ຄະນະ​ກຳມາ​ທິ​ການ​ສະຫະພາບ​ເອີ​ຣົບ​ ຢືນຢັນ​ວ່າ: ການ​ທີ່​ອາ​ເມ​ຣິ​ກາ ​ຂຶ້ນ​ພາສີ​ໃນ​ລະດັບ
30% ຕໍ່​ສິນຄ້າ​ສົ່ງ​ອອກ​ຈາກ​ສະຫະພາບ​ເອີ​ຣົບ​ ຈະ​ລົບ​ກວນ​ຕ່ອງ​ໂສ້​ການ​ສະໜອງ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ອັນ​ສຳຄັນ, ທັງ​ຈະ​ທຳລາຍ​ຜົນ​ປະ
ໂຫຍດ​ຂອງ​ວິ​ສາ​ຫະ​ກິດ​ກໍ​ຄື​ຜູ້​ບໍລິໂພກ​ຢູ່​ສອງ​ຝັ່ງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ນຳ​ອີກ. ສະຫະພາບ​ເອີ​ຣົບ​ ຈະ​ນຳ​ໃຊ້​ທຸກ​ມາດ​ຕະການ​ອັນ​ຈຳເປັນ​ເພື່ອ​ປົກ
​ປ້ອງ​ຜົນ​ປະໂຫຍດ ​ຂອງ​ຕົນ​ເອງ, ລວມ​ທັງ​ມາດ​ຕະການ​ຕອບ​ໂຕ້​ທີ່​ເທົ່າ​ທຽມ​ກັນ​ໃນ​ກໍລະນີ​ຈຳເປັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 15/07/2025