ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ຄູ່​ຮ່ວມ​ມື​ຫຼຸດຜ່ອນ​ຄວາມທຸກ​ຍາກ​ ທົ່ວ​ໂລກ ຈັດ​ຂຶ້ນ​ທີ່ ​ສປ ຈີນ

     ​ໃນ​ວັນ​ທີ 12 ທັນວາ ນີ້​ ກອງ​ປະຊຸມ​ຄູ່​ຮ່ວມ​ມື ຫຼຸດຜ່ອນ​ຄວາມທຸກ​ຍາກ​ທົ່ວ​ໂລກ 2025 ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ສປ ຈີນ ພາຍ
​ໃຕ້​ຫົວຂໍ້ “ເພີ່ມ​ທະວີ​ການ​ປະສານ​ງານ ລະຫວ່າງ ຄູ່​ຮ່ວມ​ມື, ຮັບ​ມື​ກັບ​ສິ່ງ​ທ້າ​ທ້າຍ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ”, ໂດຍ​ມີ​ຜູ້ຕາງໜ້າ​ຈາກ 20
ກວ່າ​ປະເທດ ແລະ ອົງ​ການຈັດຕັ້ງ​ສາກົນ​ເຂົ້າ​ຮ່ວມ ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກເຊິ່ງ​ໂດຍ​ປິ່ນ​ອ້ອມ​ການ​ຊຸກຍູ້​ວາລະ​ການ​ພັດທະນາ​ແບບ​
ຍືນ​ຍົງ ຮອດ​ປີ 2030 ຂອງ​ອົງການ​ສະຫະ​ປະຊາ​ຊາດ ໂດຍ​ສະເພາະ​ແມ່ນ​ເປົ້າ​ໝາຍ​ການ​ລົບ​ລ້າງ​ຄວາມທຸກ​ຍາກ.

     ບັນດາ​ຜູ້ຕາງໜ້າ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ວ່າ, ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ທົ່ວ​ໂລກ ທີ່​ຍັງ​ຂ້ຽວຂາດ​ຢູ່,
ການ​ເພີ່ມ​ທະວີ ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສາກົນແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ຝ່າຍ​ຕ່າງໆ​ຄວນ​ລົງ​ເລິກ​ການ​ແລກ
ປ່ຽນ​ບົດຮຽນ​ຕື່ມ​ອີກ, ປະດິດ​ສ້າງ​ຮູບ​ແບບ​ໃໝ່ ດ້ານ​ການ​ຮ່ວມ​ມື, ຮ່ວມ​ກັນ​ຊຸກຍູ້​ພາລະກິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ ທົ່ວ​ໂລກ ໃຫ້​ໄດ້​ຮັບ
​ຄວາມ​ຄືບ​ໜ້າ​ໃໝ່ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ ແບບ​ຍືນ​ຍົງ.

     ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຝ່າຍ​ຕ່າງໆ ໄດ້​ແບ່ງປັນ​ປະສົບ​ການ​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ ເລື່ອງ, ເຊິ່ງ​ລວມ​ທັງ​ມາດ​ຕະການ, ປະ
ດິດ​ສ້າງ ແລະ ບົດຮຽນ ໃນ​ການ​ປະພຶດ​ຕ່າງໆ ເຊັ່ນ: ການ​ຊ່ວຍເຫຼືອ​ຕ່າງປະເທດ ດ້ວຍ​ເຕັກ​ໂນ​ໂລ​ຊີ​ກະສິກຳ​ຈີນ, ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ
ກັນລະຫວ່າງ​ພາກ​ຕາເວັນ​ອອກ ແລະ ຕາເວັນຕົກ​ຈີນ ດ້ານ​ອາຊີວະ​ສຶກ​ສາ ແລະ ອື່ນໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 15/12/2025