
ຜູ້ນຳຣັດເຊຍ-ອາເມຣິກາ ກຽມພົບປະເຈລະຈາ ກ່ຽວກັບສັນຕິພາບ ແລະ ການຮ່ວມມື

ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີສະຫະລັດ ອາເມຣິກາ
ໃນວັນທີ 13 ສິງຫາ ນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີສະຫະລັດ ອາເມຣິ
ກາ ຈະມີການພົບປະເຈລະຈາກັນ ສອງຝ່າຍ ຢູ່ນະຄອນແອງຄໍເຣຈ ເຊິ່ງເປັນນະຄອນໃຫຍ່ທີ່ສຸດຂອງລັດອາລາສກາ ຂອງອາເມຣິກາ ໃນວັນ
ທີ 15 ສິງຫາ ມື້ນີ້.
ໃນໂອກາດພົບປະກັນຄັ້ງນີ້, ທ່ານ ໂດນັນ ທຣຳ ຈະໄດ້ຮັບຟັງບັນດາຂໍ້ມູນຂ່າວສານຄວາມເປັນຈິງທີ່ເກີດຂຶ້ນ ນັບທັງປະຫວັດສາດສາຍ
ພົວພັນຂອງສອງປະເທດ ຣັດເຊຍ-ອູແກຣນ, ສາເຫດກ່ອນ ແລະ ຫຼັງການເກີດຂໍ້ຂັດແຍ້ງ ຈົນນຳໄປສູ່ການປະຕິບັດການພິເສດຂອງຣັດເຊຍ
ເພື່ອໃຫ້ຜູ້ນຳສະຫະລັດຮັບຮູ້ຢ່າງເລິກເຊິ່ງກ່ຽວກັບວິທີການ, ເງື່ອນໄຂ ແລະ ຄວາມເປັນຈິງ ທີ່ຈະນຳໄປສູ່ສິ້ນສຸດການປະທະກັນລະຫວ່າງ
ຣັດເຊຍ-ອູແກຣນ. ທ່ານ ນາງ ຄາໂຣລາຍ ເລວິດ ໂຄສົກປະຈຳທຳນຽບຂາວກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ມີພຽງແຕ່ຝ່າຍ ຣັດເຊຍ
ແລະ ສະຫະລັດ ຈະເຂົ້າຮ່ວມການພົບປະເຈລະຈາຄັ້ງນີ້, ເຊິ່ງໃນໄລຍະພົບປະເຈລະຈາ, ທ່ານ ໂດນັນ ທຣຳ ກັບ ທ່ານ ວະລາດີເມຍ ປູຕິນ
ຈະເຈລະຈາແບບ 1 ຕໍ່ 1. ທ່ານ ນາງ ເລວິດ ຍັງກ່າວອີກ ວ່າ: ຜູ້ນຳສະຫະລັດ “ ອາດຈະມີແຜນການເດີນທາງໄປຢ້ຽມຢາມຣັດເຊຍ ” ໃນອະ
ນາຄົດ, ຖ້າກອງປະຊຸມພົບປະເຈລະຈາຄັ້ງນີ້ຜ່ານໄປດ້ວຍດີ.
ຫຼ້າສຸດໃນວັນທີ 14 ສິງຫາ ຜູ້ນຳສະຫະລັດ ໃຫ້ສຳພາດຕໍ່ສື່ວ່າ: ມີໂອກາດສູງທີ່ຈະມີການພົບປະຄັ້ງທີ 2 ກັບປະທານາທິບໍດີ ປູຕິນ ໂດຍ
ໄວ, ຫາກການພົບປະຄັ້ງທຳອິດ ເປັນໄປດ້ວຍດີ. ຕົນເອງເຊື່ອໝັ້ນວ່າ, ການພົບປະຄັ້ງທີ 2 ຈະມີປະສິດທິພາບຫຼາຍກວ່າຄັ້ງທຳອິດ ເພາະວ່າຄັ້ງ
ທຳອິດ ຕົນເອງຈະຫາຄຳຕອບວ່າ ເຮົາຢູ່ບ່ອນໃດ ແລະ ກຳລັງເຮັດຫຍັງຢູ່. ຜູ້ນຳສະຫະລັດ ກ່າວ, ການພົບໃນວັນສຸກນີ້ ກັບ ທ່ານ ປູຕິນ ເປັນ
ການກຽມໂຕະສຳລັບກອງປະຊຸມ ຄັ້ງທີ 2, ເຊິ່ງອາດລວມມີຜູ້ນຳ ອູແກຣນ ໄດ້ເຂົ້າຮ່ວມນຳ. ເນື່ອງຈາກກອງປະຊຸມເຈລະຈາໂດຍກົງ ລະຫວ່າງ
ຜູ້ນຳຣັດເຊຍ ແລະ ຜູ້ນຳອູແກຣນ ສາມາດເກີດຂຶ້ນໄດ້ຢ່າງໄວວາ ແລະ ຕົນເອງສາມາດເຂົ້າຮ່ວມນຳໄດ້ຖ້າຄູ່ຂັດແຍ້ງຕ້ອງການ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2025