ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ​ອອກ​ໜັງສື​ອະນຸຍາດ​ແຮງ​ງານ​ຊົ່ວຄາວ​ໃຫ້​ແກ່​ພົນລະເມືອງ ກຳປູເຈຍ

     ​ວັນ​ທີ 15 ສິງຫາ 2025 ນີ້ ໄທ​ໄດ້​ຕໍ່​ກຳນົດ​ເວລາໃຫ້ແກ່​ ໜັງສື​ອະນຸຍາດ​ແຮງ​ງານ 6 ເດືອນ​ໃຫ້​ແກ່​ພົນລະເມືອງ ກຳປູເຈຍ ທີ່​ຖືກ
ຜົນ​ສະທ້ອນ​ຈາກ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ ໂດຍ​ອະນຸຍາດ​ໃຫ້ ເຂົາເຈົ້າ​ສືບຕໍ່​ເຮັດ​ວຽກ​ຢູ່ ໄທ​ຍ້ອນ​ເຫດຜົນ​ທາງ​ມະນຸດ
ສະທຳ.

     ຂະນະ​ດຽວ​ກັນ, ກະຊວງ​ພາຍ​ໃນ​ໄທ​ໄດ້​ອອກ​ຂໍ້​ກຳນົດ​ຈຳນວນ​ໜຶ່ງ​ວ່າ​ດ້ວຍ​ການຍົກເວັ້ນ, ອະນຸຍາດ​ໃຫ້​ແກ່​ພົນລະເມືອງ ກຳປູເຈຍ
ອາໄສ ແລະ ເຮັດ​ວຽກ​ຢູ່​ໄທ ໃນ​ບາງ​ກໍລະນີ​ພິເສດ. ເລື່ອງ​ຍົກເວັ້ນ​ນີ້​ໄດ້​ນຳ​ໃຊ້​ສຳລັບ​ບຸກຄົນ​ທີ່​ໃນ​ກ່ອນ​ນີ້​ໄດ້​ຮັບ​ໜັງສືອະນຸຍາດ​ແຮງ​ງານ​
ຕາມ​ມາດຕາ 64 ຂອງ​ກົດໝາຍ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງປະເທດ ໃນ​ປີ 2017, ແຕ່​ຍັງ​ບໍ່​ສາມາດ​ກັບ​ເມືອ​ກຳປູເຈຍ ຍ້ອນ​ບັນ
ດາ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ ທີ່​ພວມ​ດຳເນີນ​ລະຫວ່າງ​ສອງ​ປະເທດ, ໄທ ແລະ ກຳປູເຈຍ.

                                                                                                                                                                                                                                                                                                                                              ແຈ້ງ​ການ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ລັດຖະບານ ໄທ ແລະ ກຳປູເຈຍ ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ຢູ່​ທຸກ​ດ່ານ
ຊາຍ​ແດນ, ເຮັດ​ໃຫ້​ເລື່ອງ​ກັບ​ເມືອ​ປະເທດ​ຂອງ​ຜູ້​ອອກແຮງ​ງານ ​ກຳປູເຈຍ ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/08/2025