ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ ປິດ​ລົງ​ຢ່າງ​ຈົບງາມ

     ​ສຳນັກ​ຂ່າວ​ຊິນ​ຮວາ​ລາຍ​ງານ​ໃນ​ວັນ​ທີ ວັນ​ທີ 13 ຕຸລາ 2025 ວ່າ​​: ພິທີ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ
ປັກ​ກິ່ງ ໂດຍ ທ່ານ ນາງ ເຊີ້ນ​ຢີ​ຊິນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ, ປະທານ​ສະຫະພັນ​ແມ່ຍິງ ຈີນ ແລະ ທ່ານ ນາງ ຊີ​ມາ ຊາ​ມີ ບາ​ຮຸ​​ສ ຮອງ​ເລຂາທິການ
​ໃຫຍ່ ທັງ​ເປັນ​ຫົວໜ້າ​ບໍລິຫານ​ງານ​ຂອງ​ອົງການ​ແມ່ຍິງ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ.

     ທ່ານ ນາງ ເຊີນ​ຢີ​ຊິນ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ປະເທດ​ຕ່າງໆ​ໃນ​ໂລກ, ຫັນ​ເຈດ​ຈຳນົງ​ສຳຄັນ​ທີ່​ສະເໜີ​ໂດຍ ປະທານ ສີ​ຈິ້ນ​ຜິງ ແລະ
ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ດ້ານ​ຍຸດ​ທະ​ສາດ​ທີ່​ບັນລຸ​ໃນ​ກອງ​ປະຊຸມ​ໃຫ້​ກາຍເປັນ​ການເຄື່ອນໄຫວ​ຕົວ​ຈິງ, ເພື່ອ​ຊ່ວຍເຫຼືອ​ແມ່ຍິງ​ຫຼາຍ​ກວ່າ​
ເກົ່າ ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ປາກົດ​ເປັນ​ຈິງ ແລະ ສ້າງ​ຊີວິດ​ທີ່​ດີງາມ. ທ່ານ ນາງ ຊາ​ມີ ບາ​ຮຸ​​ສ ຍ້ອງຍໍ​ຊົມເຊີຍ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ​ຂອງ
​ພາລະກິດ​ແມ່ຍິງ​ຈີນ ພ້ອມ​ທັງການ​ປະກອບສ່ວນ​ໃຫຍ່​ຫຼວງ​ຂອງ​ຈີນ​ທີ່​ມີ​ຕໍ່ ການ​ພັດທະນາ​ແມ່ຍິງ​ທົ່ວ​ໂລກ, ປະເທດ​ຕ່າງໆ​ຄວນ​ຖອດ​ຖອນ​ບົດ
ຮຽນ​ໃນ​ການ​ພັດທະນາ​ແມ່ຍິງ​ນຳ​ຈີນ. ຜູ້ຕາງໜ້າ​ປະມານ 800 ຄົນ​ທີ່​ມາ​ຈາກ 110 ກວ່າ​ປະເທດ​ແລະ ອົງ​ການຈັດຕັ້ງ​ສາກົນ​ໄດ້​ເຂົ້າ​ຮ່ວມ​ພິທີ​
ດັ່ງກ່າວ, ໃນ​ພິທີ​ປິດ​ຍັງ​ໄດ້​ປະກາດ “ຖະແຫຼງການ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ໂລກ”.

ແຫຼ່ງທີ່ມາ: ຂກທ
ວັນທີ 20/10/2025