
ປະທານາທິບໍດີ ແຫ່ງ ປະເທດຝຣັ່ງ ຖະແຫຼງການຕໍ່ເຫດການ
ການປະທ້ວງໃຫຍ່
ແລະ ຄວາມບໍ່ສະຫງົບໃນຫຼາຍພື້ນທີ່
ວັນທີ 18 ຕຸລາ 2026 ນີ້,ທ່ານ ເອັມມານູເອວ ມາຄົງ ປະທານາທິບໍແຫ່ງປະເທດຝຣັ່ງ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ປະຊາຊົນ
ຢູ່ໃນ ຄວາມສະຫງົບແລະ ເປັນລະບຽບຮຽບຮ້ອຍ ຫຼັງຈາກເຫດການປະທ້ວງໃຫຍ່ທົ່ວປະເທດ ເມື່ອວັນທີ 17 ຕຸລາ 2026 ທີ່ຜ່ານມາ ເຊິ່ງ
ໄດ້ເພີ່ມທະວີກາຍເປັນຄວາມບໍ່ສະຫງົບ ແລະ ການປຸ້ນສະດົມໃນຫຼາຍໆສະຖານທີ່.
ທ່ານ ເອັມມານູເອວ ມາຄົງ ກ່າວຖະແຫຼງການຕໍ່ຄົນທົ່ວປະເທດ ໂດຍເຕືອນກຸ່ມຜູ້ກໍ່ຄວາມວຸ່ນວາຍວ່າ ຢ່າ “ຍົກລະດັບຄວາມຮຸນແຮງ”
ພ້ອມກ່າວເສີມວ່າ “ພວກເຮົາທຸກຄົນຕ່າງຮູ້ສຶກໃຈຮ້າຍ ແລະ ອັບອາຍ” ຂະນະທີ່ເນັ້ນຢ້ຳວ່າ ຕ້ອງແຍກແຍະລະຫວ່າງ “ຂໍ້ຮຽກຮ້ອງທີ່ເປັນທຳ”
ຂອງຜູ້ປະທ້ວງໂດຍສະງຫົບ ກັບ “ກຸ່ມຄົນທີ່ທຳລາຍ ທຸບເຄື່ອງຂອງ ແລະ ປຸ້ນສະດົມ”.
ທ່ານ ເອັມມານູເອວ ມາຄົງ ຢືນຢັນວ່າ ບໍ່ສິ່ງໃດມາອ້າງເປັນເຫດຜົນຮອງຮັບຄວາມາຮຸນແຮງທີ່ເກີດຂຶ້ນໄດ້ ແລະ ຜູ້ກໍ່ເຫດທຸກຄົນຈະຕ້ອງ
ຖືກນຳຕົວມາລົງໂທດຕາມກົດໝາຍ. ພ້ອມນັ້ນ, ທ່ານກໍໄດ້ປະກາດໃຫ້ເຈົ້າໜ້າທີ່ປະຈຳພາກພື້ນ ແລະ ເຈົ້າເມືອງໃນແຕ່ລະພື້ນທີ່ຮ່າງມາດຕະ
ການຄຸ້ມຄອງຮ້ານຄ້າ ແລະ ອາຄານສະຖານທີ່ຂອງລັດ, ທ່ານຢືນຢັນເພີ່ມເຕີມວ່າ ຈະໃຫ້ມີການກວດສອບການປະຕິບັດວຽກ ແລະ ການ
ຕອບໂຕ້ຂອງເຈົ້າໜ້າທີ່ຕຳຫຼວດຕໍ່ເຫດການປະທ້ວງຄັ້ງນີີ້ ຢ່າງໂປ່ງໃສເຕັມທີ່.ດ້ານກະຊວງພາຍໃນປະເທດຝຣັ່ງ ລາຍງານວ່າ ຍອດຜູ້ຖືກກັກ
ຕົວຈາກເຫດຄວາມບໍ່ສະຫງົບດັ່ງກ່າວໄດ້ເພີ່ມຂຶ້ນເປັນປະມານ 2,400 ຄົນແລ້ວ ຂະນະທີ່ຕຳຫຼວດໄດ້ຮັບບາດເຈັບປະມານ 1,000 ຄົນ ໂດຍ
ໃນຈຳນວນນີ້ມີອາການບາດເຈັບສາຫັດ 7 ຄົນ.
ໃນວັນທີ 18 ຕຸລາ 2026 ຍັງຄົງເກີດການປຸ້ນສະດົມ ແລະ ການປະທະກັບຕຳຫຼວດໃນນະຄອນຫຼວງປາຣີ ແລະ ເມືອງລີຢົງ ເຊິ່ງມີການ
ໃຊ້ກ໊າສນ້ຳຕາ ແລະ ລະເບີດຄວັນສະຫຼາຍຝູງຊົນ ຫຼັງມີການໂຍນກ້ອນຫີນໃສ່ຕຳຫຼວດ.ທັງນີ້, ການຊຸມນຸມເພື່ອຕໍ່ຕ້ານບັນຫາຄ່າຄອງຊີບ, ລາ
ຄານ້ຳມັນ ແລະ ບັນຫາການສຶກສາ ເມື່ອວັນທີ 17 ຕຸລາ2026 ທີ່ຜ່ານມາ ໄດ້ເພີ່ມທະວີກາຍເປັນເຫດການຄວາມບໍ່ສະຫງົບ ແລະ ການປຸ້ນ
ສະດົມໃນຫຼາຍເມືອງ.
ແຫຼ່ງທີ່ມາ: ຂກທ
ວັນທີ 20/10/2026