ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ອົງການ​ບັນດາ​ນະຄອນ​ມໍລະດົກ​ໂລກ​ພາກ​ພື້ນ ອາຊີ-ປາ​ຊີ​ຟິກ

     ​ໃນ​ລະຫວ່າງ​ວັນ​ທີ 14-16 ຕຸລາ 2025, ກອງ​ປະຊຸມ​ພາກ​ພື້ນ​ຄັ້ງ​ທີ 5 ຂອງ​ອົງການ​ບັນດາ​ນະຄອນ​ມໍລະດົກ​ໂລກ​ພາກ​ພື້ນ​ອາຊີ-ປາ
ຊີ​ຟິກ (OWHC-AP) ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ ເຫ້ວ ​ສສ ຫວຽດນາມ. ມີ​ຜູ້​ແທນ​ຢູ່​ພາຍ​ໃນ ແລະ​ຕ່າງປະເທດ​ກວ່າ 100 ທ່ານ ທີ່​ມາ​ຈາກ 7
ປະເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລວມ​ມີ: ສ ເກົາຫຼີ, ຈີນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ສີ​ລັງກາ ແລະ ຫວຽດນາມ.

     ກອງ​ປະຊຸມ​ໄດ້​ສຸມ​ໃສ່​ແລກປ່ຽນ​ນະໂຍບາຍ, ບົດຮຽນ​ການ​ຄຸ້ມ​ຄອງ​ເຂດ​ຕົວ​ເມືອງ, ພ້ອມ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຍົກ​ສູງ
​ຄຸນ​ນະ​ພາບ​ການ​ດຳລົງ​ຊີວິດ​ຢູ່​ບັນດາ​ເຂດ​ຕົວ​ເມືອງ​ທີ່​ມີ​ຄຸນຄ່າ​ມໍລະດົກ​ເປັນ​ເອກະລັກ​ສະເພາະ. ກອງ​ປະຊຸມ​ຍັງ​ມີ​ວາລະ​ພິເສດ​ແມ່ນ​ແນະນຳ
​ບັນດາ​ໂຄງການ​ເຂດ​ຕົວ​ເມືອງ​ໃໝ່, ໂດຍ​ທ່ານ​ຫົວໜ້າ​ກອງ​ເລຂາ​ອົງການ​ບັນດາ​ນະຄອນ​ມໍລະດົກ​ໂລກ ເປັນ​ປະທານ, ມຸ່ງ​ໄປ​ເຖິງ​ບັນດາ​ຮູບ
​ແບບ​ເຂດ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຍືນ​ຍົງ ແລະ ຕິດ​ພັນ​ກັບ​ປະຊາຊົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 21/10/2025