ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ ຈະ​ປັບປຸງ​ລັດ​ຖະ​ທຳ​ມະນູນ ແລະ ຈັດການ​ເລືອກ​ຕັ້ງ​ໃນ​ໄວໆ​ນີ້

     ​ຕາມ​ຂ່າວສານ​ຫວຽດນາມ​ລາຍ​ງານ ​ວັນ​ທີ 20 ທັນວາ ນີ້​ວ່າ: ຄະນະ​ກຳມະການ​ການ​ເລືອກ​ຕັ້ງ ໄທ (EC) ໄດ້​ປະກາດ​ໃຊ້​ຂໍ້​ກຳນົດ
ອະນຸຍາດ​ການ​ລົງ​ປະຊາ​ມະຕິ​ປັບປຸງ​ລັດ​ຖະ​ທຳ​ມະນູນ​ ໃນ​ວັນ​ດຽວ​ກັນ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ປະເທດ ເຊິ່ງ​ຄາດ​ວ່າ​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມ
ພາ ​ປີ 2026.

     ວິທີ​ການໃໝ່​ນີ້​, ຊ່ວຍ​ໃຫ້​ຫັນ​ວິວັດ​ການ​ປ່ອນ​ບັດ​ເປັນ​ງ່າຍດາຍ, ຊ່ວຍ​ຫຼຸດຜ່ອນ​ຄວາມ​ໜັກໜ່ວງ​ໃຫ້​ແກ່​ວຽກ​ງານ​ຈັດ​ຕັ້ງ-ບໍລິຫານ
​ກໍ​ຄື​ປະຢັດ​ຄ່າ​ໃຊ້​ຈ່າຍ ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ. ປັດຈຸບັນ ຂໍ້​ກຳນົດ​ນີ້​ພວມ​ລໍຖ້າ​ໄດ້​ປະກາດ​ຈາກ​ພະ​ບໍລົມ​ວົງສາ​
ນຸ​ວົງ ກ່ອນ​ທີ່​ຈະ​ມີ​ຜົນ​ສັກສິດ. ທ່ານ ອະ​ນຸທິນ ຊານວີ​ຣະ​ກູນ ຮັກສາການ ນາຍົກລັດຖະມົນຕີ​ໄດ້​ໃຫ້​ຂໍ້​ສັງເກດ​ວ່າ, ການຈັດຕັ້ງ​ການ​ລົງ​ປະ
ຊາ​ມະຕິ​ປັບປຸງ​ລັດ​ຖະ​ທຳ​ມະນູນ ແລະ ການ​ເລືອກ​ຕັ້ງ​ທົ່ວ​ປະເທດ ຈະ​ຊ່ວຍ​ປະຢັດ​ໄດ້​ເງິນ​ຈຳນວນ​ກວ່າ 120 ລ້ານ ໂດ​ລາ​ສະຫະລັດ.

     ວຽກງານ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະເທດ​ປີ 2026 ພວມ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ. ບັນດາ​ສະຖານທີ່​ປ່ອນ​ບັດ​ກ່ອນ​ກຳ
ນົດ​ເວລາ, ລວມ​ມີ​ບັນດາ​ສະຖານທີ່​ສະຫງວນ​ໃຫ້​ແກ່​ຜູ້​ທີ່ມີ​ສິດ​ເລືອກ​ຕັ້ງ​ອາຍຸ​ສູງ ແລະ ຄົນ​ພິການ ຄາດ​ວ່າ​ ຈະເປີດ​ ຫີບປ່ອນບັດ​ໃຫ້ເລືອກ
ກ່ອນ ໃນ​ວັນ​ທີ 1 ກຸມພາ ​ປີ 2026.

ແຫຼ່ງທີ່ມາ: ຂກທ
ວັນທີ 23/12/2025