
ສະຫະປະຊາຊາດ ປະກາດໄພອຶດຫິວຢູ່ເຂດກາຊາ
ວັນທີ 22 ສິງຫາ 2025 ໜ່ວຍງານຂໍ້ລິເລີ່ມ ຈຳແນກໄລຍະຄວາມໝັ້ນຄົງ ທາງດ້ານອາຫານແບບບູລະນະການ (IPC), ສຳພັນທະມິດ
ບັນດານັກສັງເກດການ ສະຫະປະຊາຊາດ ມອບໜ້າທີ່ແຈ້ງເຕືອນກ່ຽວກັບວິກິດການທີ່ອາດຈະເກີດຂຶ້ນ ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ:
ໂດຍອີງໃສ່ຂໍ້ມູນ ທີ່ເກັບກຳມາໄດ້ແຕ່ວັນທີ 1 ກໍລະກົດ ຮອດວັນທີ 15 ສິງຫາ ຜ່ານມາ, ມີປະຊາຊົນ ປະມານ 514.000 ຄົນ, ໝາຍຄວາມວ່າ
ເກືອບຈຳນວນປະຊາກອນເຂດກາຊາ, ພວມຖືກໄພອຶດຫິວ ແລະ ຕົວເລກດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນ ເປັນ 641.000 ຄົນ ໃນທ້າຍ ເດືອນ
ກັນຍາ ຈະມາເຖິງ.
ທ່ານ ທອມ ເຟຣດເຊີ ຮອງເລຂາທິການໃຫຍ່ ສະຫະປະຊາຊາດ, ຜູ້ຮັບຜິດຊອບ ບັນດາບັນຫາມະນຸດສະທຳໃຫ້ຮູ້ວ່າ: ໄພອຶດຫິວສາມາດ
ສະກັດກັ້ນໄດ້, ພ້ອມກັນນັ້ນ ກໍໃຫ້ຮູ້ວ່າ: ມີສະບຽງອາຫານເປັນຈຳນວນຫຼາຍພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາ
ແລັດສະຕິນ ໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບຂອງ ອິດສະຣາແອນ. ນອກນັ້ນ, ລະບົບສາທາລະນະສຸກ ກໍເຊື່ອມໂຊມລົງຢ່າງຮ້າຍແຮງ,
ໃນຂະນະທີ່ ຄວາມສາມາດເຂົ້າເຖິງນ້ຳປະປາ ແລະ ເງື່ອນໄຂ ສຸຂະອະນາໄມຢ່າງຄົບຖ້ວນ ກໍຖືກຫຼຸດລົງຫຼາຍພໍສົມຄວນ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/08/2025