
ອີຣານ ກຽມພ້ອມ ແລະ ວາງແຜນ ຮັບມືກັບ ອາເມຣິກາ ຢ່າງຮັດກຸ້ມ

ວັນທີ 19 ເມສານີ້, ອີຣານປະກາດວ່າ: ອີຣານໄດ້ກຽມພ້ອມທີ່ຈະປະທະກັນອີກຄັ້ງ. ເນື່ອງຈາກກອງທັບ ອາເມຣິກາ ມີການ
ເຄື່ອນໄຫວຕ່າງໆໃນຫວ່າງມໍ່ໆມານີ້ ຄື: ການຈັດສັນກຳປັ່ນຮົບ, ການຂົນສົ່ງອາວຸດຍຸດໂທປະກອນ, ຍົນສອດແນມ ແລະ ການຈັດ
ວາງດ້ານການປ້ອງກັນທາງອາກາດເປັນຕົ້ນ, ອີຣານປະເມີນວ່າ: ອາດຈະເກີດສອງສະຖານະການ ແລະ ໄດ້ດຳເນີນມາດຕະການຮັບ
ມືທີ່ຈຳເປັນ.
ຄວາມເປັນໄປໄດ້ທີ 1 ຄື: ອາເມຣິກາ ມີເຈດຕະນາຢາກສ້າງຄວາມກົດດັນດ້ານຈິດໃຈດ້ວຍວຽກງານກະກຽມທາງການທະ
ຫານເຫຼົ່ານີ້ ເພື່ອຮຽກຮ້ອງຜົນປະໂຫຍດຂອງຕົນໃນການເຈລະຈາ. ແຕ່ກໍຄືທີ່ຜ່ານມາ, ຄວາມກົດດັນ ແລະ ການນາບຂູ່ແບບນີ້
ລ້ວນແຕ່ບໍ່ມີຜົນສະທ້ອນຕໍ່ການເຈລະຈາ, ເທື່ອນີ້ກໍເຊັ່ນດຽວກັນ. ຄວາມເປັນໄປໄດ້ທີ 2 ຄື: ອາເມຣິກາ ຖືເອົາການເຈລະຈາ
ເປັນເຄື່ອງມື ເພື່ອປົກປິດ ແລະ ຫຼອກລວງເພື່ອການເຄື່ອນໄຫວໂຈມຕີເກາະຈຳນວນໜຶ່ງຂອງອີຣານແບບກະທັນຫັນ. ໃນ 1 ປີ
ຜ່ານມາ, ອາເມຣິກາໄດ້ໂຈມຕີອີຣານແບບກະທັນຫັນ 2 ຄັ້ງໃນຂະນະທີ່ດຳເນີນການເຈລະຈາ ແລະ ປະກາດວ່າການເຈລະຈາ
ໄດ້ມີຄວາມຄືບໜ້າ.
ຂ່າວແຈ້ງຕື່ມວ່າ: ອີຣານ ເຫັນວ່າຄວາມອາດເປັນໄປໄດ້ທີ່ຈະປະທະກັນອີກຄັ້ງຈະສູງກວ່າຄວາມອາດເປັນໄປໄດ້ທີ່ຈະສືບຕໍ່
ເຈລະຈາກັນ ແລະ ໄດ້ກຽມພ້ອມເຕັມທີ່ຕໍ່ເລື່ອງນີ້. ຖ້າຫາກສົງຄາມລະເບີດຂຶ້ນອີກຄັ້ງ ແລະ ພື້ນຖານໂຄງລ່າງຂອງ ອີຣານ ກາຍ
ເປັນເປົ້າໝາຍການໂຈມຕີ, ອີຣານກໍຈະບໍ່ຮັກສາຄວາມອົດກັ້ນຕໍ່ຊ່ອງແຄບມານເດບ ພ້ອມດ້ວຍວິສາຫະກິດ ແລະສິ່ງກໍ່ສ້າງດ້ານພະ
ລັງງານຢູ່ປະເທດ ແລະເຂດແຄວ້ນຕ່າງໆ ເຊັ່ນ: ບໍລິສັດນ້ຳມັນຊາອຸດິ ອາຣາມໂກ, ສູນອຸດສາຫະກຳໜັກເຢນໂບ ອາຣາບີ ຊາອຸດິດ,
ທ່າກຳປັ່ນຟູໄຈຣາຂອງ ສະ ຫະລັດ ອາຣັບ ເອມີເຣດ ແລະ ອື່ນໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/04/2026