ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ ສຳລັບ​ສິດທິ​ມະນຸດ ທີ່​ກອງ​ປະຊຸມ AMM-59

     ​​ຕາມ​ຂ່າວ (VOVWORLD), ຫວຽດນາມ ຈະ​ສືບຕໍ່​ປະຕິບັດ​ບັນດາ​ບຸລິມະສິດ, ໃນ​ນັ້ນ ມີ​ສິດທິ​ມະນຸດ​ໃນ​ສະພາບ​ການ​ປ່ຽນ
ແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ສະເໝີພາບ​ລະຫວ່າງ​ຍິງ - ຊາຍ ແລະ ສິດທິ​ຂອງ​ບັນດາ​ກຸ່ມ​ເປົ້າ​ໝາຍ​
ທີ່​ມີ​ຄວາມ​ສ່ຽງ​ສູງ​ກວ່າ​ເພິ່ນ.

     ກ່າວ​ຄຳ​ເຫັນ​ໃນ​ວາລະ​ສົນ ທະນາ​ກັບ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR) ທີ່​
ດຳເນີນ​ໃນ ​ວັນ​ທີ 20 ກໍລະກົດ, ຢູ່ ມະນິລາ, ຟີ​ລິບ​ປິນ, ທ່ານ ດັ້ງ​ຮວ່າງ​ຢາງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ຫວຽດ
ນາມ, ຫົວໜ້າ​ເຈົ້າໜ້າທີ່​ອາວຸໂສ ອາ​ຊຽນ (SOM) ຂອງ ຫວຽດນາມ ຢັ້ງຢືນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ບົດບາດ​ຂອງ AICHR
ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ພາກ​ພື້ນ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ, ພາຍຫຼັງ​ທີ່​ໄດ້​
ຮັບ​ການ​ເລືອກ​ຕັ້ງ​ອີກ​ໜຶ່ງ​ສະໄໝ ເຂົ້າ​ໃນ​ສະພາ​ສິດທິ​ມະນຸດ ​ສປຊ ອາຍຸ​ການ 2026-2028, ຫວຽດນາມ ຈະ​ສືບຕໍ່​ປະຕິບັດ​ບັນດາ
​ບຸລິມະສິດ, ໃນ​ນັ້ນ ມີ​ສິດທິ​ມະນຸດ​ໃນ​ສະພາບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ສະເໝີພາບ​
ລະຫວ່າງ​ຍິງ-ຊາຍ ແລະ ສິດທິ​ຂອງ​ບັນດາ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກວ່າ, ພ້ອມ​ທັງ ປາຖະໜາ ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ
ເທດອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ມີ​ສຽງ​ເວົ້າ ແລະ ປະກອບສ່ວນ​ໃຫ້ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ​ສາກົນ​ຢ່າງ​ແຮງ​ກວ່າ​ອີກ. ທີ່​ກອງ
​ປະຊຸມ ຄະນະ​ກຳມະການ​ສົນທິສັນຍາ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ (SEANWFZ), ທ່ານ​ຮອງ​ລັດຖະ
ມົນຕີ ດັ້ງຮວ່າງ​ຢາງ ສະເໜີ​ໃຫ້ ອາ​ຊຽນ ຜັນ​ຂະຫຍາຍ​ແຜນການເຄື່ອນໄຫວ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດທິ​ຜົນ, ເພີ່ມ​ທະວີ​ບົດບາດ
ແລະ ການ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ກຳລັງ​ອາວຸດ ແລະ ການ​ທະຫານ, ບໍ່​ແຜ່​ຂະ ຫຍາຍ​ອາວຸດ​ນິວ​ເຄລຍ​
ທົ່ວ​ໂລກ.

     ໃນ​ວາລະ​ສົນທະນາ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ອາ​ຊຽນ ກັບ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ
ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR) ແລະ ກອງ​ປະຊຸມ​ຄະນະ​ກຳມະການ​ສົນທິສັນຍາ ອາ​ຊຽນ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິ​ເຄຼຍ
ແມ່ນ 2 ການເຄື່ອນໄຫວ​ທຳ​ອິດ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະເທດ ອາ​ຊຽນ ຄັ້ງ​ທີ 59 (AMM- 59) ແລະ ບັນ
ດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ເຊິ່ງ​ໄດ້​ດຳເນີນ​ແຕ່ ​ວັນ​ທີ 20-24 ກໍລະກົດ.

ແຫຼ່ງທີ່ມາ: ຂກທ
ວັນທີ 27/07/2026