
ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ວຽກງານຊົນເຜົ່າ ແລະ ນະໂຍບາຍຊົນເຜົ່າ

ວັນທີ 24 ເມສາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ
ຫວຽດນາມ ປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະຄະນະສະມາຊິກສະພາແຫ່ງຊາດຊຸດທີ XVI ທີ່ເປັນຊົນ
ເຜົ່າສ່ວນໜ້ອຍ. ທ່ານ ໂຕເລິມ ກ່າວຄຳເຫັນໃນການພົບປະວ່າ: ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ຈິນຕະນາການກ່ຽວກັບວຽກງານຊົນເຜົ່າ
ແລະ ນະໂຍບາຍຊົນເຜົ່າໂດຍພື້ນຖານ, ຈຸດສຸມບໍ່ພຽງແຕ່ແມ່ນການໜູນຊ່ວຍເທົ່ານັ້ນ, ຫາກຍັງຕ້ອງຫັນໄປສູ່ການສ້າງເງື່ອນໄຂເພື່ອພັດ
ທະນາ, ມອບໂອກາດເພື່ອໃຫ້ປະຊາຊົນບືນຕົວຂຶ້ນຢ່າງແຮງ. ເປົ້າໝາຍບໍ່ພຽງແຕ່ຢຸດຢູ່ການຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຫາກຍັງ
ຕ້ອງຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ແບບຍືນຍົງ, ຮັດແຄບໄລຍະຫ່າງພັດທະນາ ແລະ ຮັບປະກັນຄວາມສະເໝີພາບຢ່າງແທ້ຈິງ.
ທ່ານ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ: ຕ້ອງຍົກສູງຄຸນທາດ, ລັກສະນະເປັນມືອາຊີບ ແລະ ຄວາມຮັບ
ຜິດຊອບໃນການ ເຄື່ອນໄຫວ. ສສຊ ຕ້ອງກ້າເວົ້າ, ກ້າສະເໜີ, ກ້າຮັບຜິດຊອບ ແລະ ແກ້ໄຂບັນດາບັນຫາທີ່ໄດ້ຮັບການສະເໜີໃຫ້ເຖິງກົກ
ເຖິງປາຍ. ປະສິດທິຜົນການເຄື່ອນໄຫວບໍ່ພຽງແຕ່ສະແດງຢູ່ສະພາແຫ່ງຊາດເທົ່ານັ້ນ, ຫາກຍັງຕ້ອງວັດແທກດ້ວຍບັນດາການຫັນປ່ຽນລະ
ອຽດໃນຊີວິດຂອງປະຊາຊົນ. ພ້ອມທັງສະເໜີໃຫ້ສະພາຊົນເຜົ່າຕ້ອງສືບຕໍ່ເສີມຂະຫຍາຍບົດບາດເສນາທິການຍຸດທະສາດ, ບໍ່ພຽງແຕ່ຢຸດ
ຢູ່ການກວດກາຢັ້ງຢືນເທົ່ານັ້ນ, ຫາກຍັງຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີ, ນຳພານະໂຍບາຍ; ເພີ່ມທະວີການສຳຫຼວດຕົວຈິງ, ຄົ້ນພົບຢ່າງ
ທັນການ ແລະ ສະເໜີແກ້ໄຂບັນດາຈຸດອຸດຕັນຂອງລະບອບລະບຽບການ, ໂດຍສະເພາະແມ່ນຢູ່ໃນຂອດຈັດຕັ້ງ, ເພື່ອໃຫ້ສະພາຊົນເຜົ່າ
ກາຍເປັນຫົວຂໍ້ຕົວຈິງລະຫວ່າງພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍກັບວິວັດທະນາການສ້າງນະໂຍບາຍຂອງສະພາແຫ່ງຊາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 28/04/2026