ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ​ຍີ່ປຸ່ນ ມີ​ແຜນ​ຈະລາ​ອອກ ​ຈາກ​ຕຳແໜ່ງ​ ກ່ອນ​ໝົດ​ເດືອນ ສິງຫາ ນີ້

     ​ວິທະຍຸ​ສາກົນ​ແຫ່ງ ​ສປ ຈີນ ລາຍ​ງານ​ໃນ ​ວັນ​ທີ 23 ກໍລະກົດ 2025, ອີງ​ຕາມ ​ທ່ານ ອິ​ຊິ​ບະ ຊິ​ເກ​ຣຸ ນາຍົກລັດຖະມົນຕີ​ຍີ່ປຸ່ນ ກ່າວ​ວ່າ:
ຕົນ​ເອງ​ມີ​ແຜນ​ຈະ​ປະກາດ​ລາ​ອອກ​ຈາກ​ຕຳແໜ່ງ ກ່ອນ​ໝົດ​ເດືອນ ສິງຫາ 2025 ນີ້. ພາຍຫຼັງ​ພັກ​ຮ່ວມ​ລັດຖະບານ​ທີ່​ປະກອບ​ດ້ວຍ ພັກ​ເສລີ​
ປະຊາ ທິປະໄຕ ແລະ ພັກ​ໂຄ​ເມ​ໂຕະ ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ສະພາ​ສູງ ຊຸດ​ທີ 27 ທີ່​ຈັດ​ຂຶ້ນ​ໃນ​ ວັນ​ທີ 20 ກໍລະກົດ ຜ່ານ​ມາ, ຈາກນັ້ນ
ພາຍ​ໃນ​ພັກ​ເສລີ​ປະຊາທິປະໄຕ​ ເລີ່ມ​ມີ​ຫາງ​ສຽງ​ທີ່​ຮຽກຮ້ອງ​ໃຫ້ ​ທ່ານ ອິ​ຊິ​ບະ ຊິ​ເກ​ຣຸ ນາຍົກລັດຖະມົນຕີ​ຍີ່ປຸ່ນ ທັງເປັນປະທານ​ພັກ ກ່າວ​ລາ​
ອອກ​ຈາກ​ຕຳແໜ່ງ. ສຳລັບ​ສາເຫດ​ທີ່​ເຮັດ​ໃຫ້​ພັກ​ຮ່ວມ​ລັດຖະບານ​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ທ່ານ ອິ​ຊິ​ບະ ຊິ​ເກ​ຣຸ ກ່າວ​ວ່າ, ​ຍ້ອນ​ການ
​ປະຕິ​ຮູບ​ດ້ານ​ການເມືອງ ແລະ ​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

     ນອກຈາກ​ນີ້, ທ່ານ ອິ​ຊິ​ບະ ຊິ​ເກ​ຣຸ ໄດ້​ກ່າວ​ກ່ຽວ​ກັບ​ບັນຫາ​ພາສີ ລະຫວ່າງ ຍີ່ປຸ່ນ ແລະ ອາ​ເມ​ຣິ​ກາ​ ວ່າ: ຍີ່ປຸ່ນ ແລະ ອາ​ເມ​ຣິ​ກາ ໄດ້​ບັນ
ລຸ​ສັນຍາ​ການ​ຄ້າ, ອັດຕາ​ພາສີ​ເທົ່າ​ທຽບ​ກັນ​ຈະ​ປັບ​ລົງ​ຈາກ 25% ມາ​ເປັນ 15%, ຍີ່ປຸ່ນ​ຈະ​ເພີ່ມ​ປະລິມານ​ນຳ​ເຂົ້າ ເຂົ້າສານ​ຈາກ​ອາ​ເມ​ຣິ​ກາ,
ສອງ​ຝ່າຍ​ຍັງ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຕ່າງໆ ຄື: ວິ​ສາ​ຫະ​ກິດ​ຍີ່ປຸ່ນ ຈະ​ລົງທຶນ​ໃສ່​ຂົງເຂດ​ວັດ​ສະ​ດຸ​ເຄິ່ງ​ນຳ​ໄຟຟ້າ, ເຫຼັກ​ກ້າ, ການ​
ຜະລິດ​ກຳປັ່ນ, ພະລັງງານ ແລະ ລົດຍົນ, ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຕ່ອງ​ໂສ້​ການ​ສະໜອງ​ກັບ​ ອາ​ເມ​ຣິ​ກາ ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​
ເສດຖະກິດ.

ແຫຼ່ງທີ່ມາ: ຂກທ
ວັນທີ 28/07/2025