
ນາຍົກລັດຖະມົນຕີຍີ່ປຸ່ນ ມີແຜນຈະລາອອກ ຈາກຕຳແໜ່ງ ກ່ອນໝົດເດືອນ ສິງຫາ ນີ້
ວິທະຍຸສາກົນແຫ່ງ ສປ ຈີນ ລາຍງານໃນ ວັນທີ 23 ກໍລະກົດ 2025, ອີງຕາມ ທ່ານ ອິຊິບະ ຊິເກຣຸ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າ:
ຕົນເອງມີແຜນຈະປະກາດລາອອກຈາກຕຳແໜ່ງ ກ່ອນໝົດເດືອນ ສິງຫາ 2025 ນີ້. ພາຍຫຼັງພັກຮ່ວມລັດຖະບານທີ່ປະກອບດ້ວຍ ພັກເສລີປະ
ຊາທິປະໄຕ ແລະ ພັກໂຄເມໂຕະ ເສຍໄຊໃນການເລືອກຕັ້ງສະພາສູງ ຊຸດທີ 27 ທີ່ຈັດຂຶ້ນໃນ ວັນທີ 20 ກໍລະກົດ ຜ່ານມາ, ຈາກນັ້ນພາຍໃນ
ພັກເສລີປະຊາທິປະໄຕ ເລີ່ມມີຫາງສຽງທີ່ຮຽກຮ້ອງໃຫ້ ທ່ານ ອິຊິບະ ຊິເກຣຸ ນາຍົກລັດຖະມົນຕີຍີ່ປຸ່ນ ທັງເປັນປະທານພັກ ກ່າວລາອອກຈາກ
ຕຳແໜ່ງ. ສຳລັບສາເຫດທີ່ເຮັດໃຫ້ພັກຮ່ວມລັດຖະບານເສຍໄຊໃນການເລືອກຕັ້ງຄັ້ງນີ້, ທ່ານ ອິຊິບະ ຊິເກຣຸ ກ່າວວ່າ, ຍ້ອນການປະຕິຮູບດ້ານ
ການເມືອງ ແລະ ລາຄາສິນຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ນອກຈາກນີ້, ທ່ານ ອິຊິບະ ຊິເກຣຸ ໄດ້ກ່າວກ່ຽວກັບບັນຫາພາສີ ລະຫວ່າງ ຍີ່ປຸ່ນ ແລະ ອາເມຣິກາ ວ່າ: ຍີ່ປຸ່ນ ແລະ ອາເມຣິກາ ໄດ້ບັນລຸ
ສັນຍາການຄ້າ, ອັດຕາພາສີເທົ່າທຽບກັນຈະປັບລົງຈາກ 25% ມາເປັນ 15%, ຍີ່ປຸ່ນຈະເພີ່ມປະລິມານນຳເຂົ້າ ເຂົ້າສານຈາກອາເມຣິກາ, ສອງ
ຝ່າຍຍັງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຕ່າງໆ ຄື: ວິສາຫະກິດຍີ່ປຸ່ນ ຈະລົງທຶນໃສ່ຂົງເຂດວັດສະດຸເຄິ່ງນຳໄຟຟ້າ, ເຫຼັກກ້າ, ການຜະ
ລິດກຳປັ່ນ, ພະລັງງານ ແລະ ລົດຍົນ, ເພີ່ມທະວີການຮ່ວມມືດ້ານຕ່ອງໂສ້ການສະໜອງກັບ ອາເມຣິກາ ເພື່ອຮັບປະກັນຄວາມໝັ້ນຄົງດ້ານເສດ
ຖະກິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 28/08/2025