ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູ​ແກຣນ ເປີດ​ທໍ່​ສົ່ງ​ນ້ຳມັນ ດຣູ​ຊະບາ ຄືນໃໝ່ ເພື່ອ​ແລກ​ກັບ​ເງິນ​ກູ້​ຢືມຈາກ ເອີ​ຣົບ

     ​ວິທະຍຸ​ກະຈາຍສຽງຫວຽດນາມ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້, ສື່​ມວນ​ຊົນ ເອີ​ຣົບ ເປີດເຜີຍ​ຂ່າວ​ວ່າ: ອູ​ແກຣນ ໄດ້​ສ້ອມແປງ​ທໍ່​ຂົນສົ່ງ​
ນ້ຳມັນ ດຣູ​ຊະບາ ( Druzhba) ຂອງ ຣັດ​ເຊຍ ໄປ​ຍັງ​ເອີ​ຣົບ ທີ່​ເປ່​ເພ ເມື່ອ​ຕົ້ນ​ປີ 2026, ເຊິ່ງມາຮອດປັດຈຸບັນພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​
ຕໍ່​ການ​ສະໜອງ​ຄືນໃໝ່.

     ການເຄື່ອນໄຫວ​ດັ່ງກ່າວ, ແມ່ນ​ເພື່ອ​ແນໃສ່​ແກ້​ໄຂ​ສິ່ງ​ກີດຂວາງ ​ເຊິ່ງ​ປະເທດ​ນີ້​ເອີ້ນ​ວ່າ ແມ່ນ​ຮົ້ວ​ກີດຂວາງ​ສຸດ​ທ້າຍ ເພື່ອ​ຮັບປະກັນ​
ວ່າ ຈະ​ໄດ້​ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ເອີ​ຣົບ ມູນ​ຄ່າ​ເກືອບ 100 ຕື້​ເອີ​ໂຣ. ໃນ​ຖະແຫຼງການສື່​ສັງຄົມ​ອອນ​ໄລ, ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລນ​
ສະ​ກີ (Volodymyr Zelensky) ປະທານາທິບໍດີ ອູ​ແກຣນ ກ່າວ ວ່າ: ອູ​ແກຣນ ໄດ້​ປະຕິບັດ​ການ​ສ້ອມແປງ​ທໍ່​ສົ່ງ​ນ້ຳມັນ ດຣູ​ຊະບາ ທີ່​
ຖືກ​ເປ່​ເພ​ໄດ້​ສຳເລັດ ແລະ ພ້ອມ​ແລ້ວທີ່​ຈະ​ເປີດນຳ​ເຂົ້າ​ນໍ້າມັນ​ຄືນໃໝ່.

     ພາຍຫຼັງ​ການ​ຢັ້ງຢືນເລື່ອງ​ສ້ອມແປງ​ສຳເລັດ​ແລ້ວ, ອູ​ແກຣນ ໄດ້​ສະເໜີ​ຕໍ່ ທ່ານ ນາງ ເອີ​ຊູ​ລາ ວອນ ເດ ເລ​ເຢັນ (Ursula von der
Leyen), ປະທານ​ຄະນະ​ກຳມະການ ເອີ​ຣົບ ກ່ຽວ​ກັບ ບ້ວງ​ເງິນກູ້​ຢືມ​ທີ່​ມີ​ມູນ​ຄ່າ 90 ຕື້​ເອີ​ໂຣ ຫຼື ປະມານ (97,5 ຕື້​ໂດ​ລາ​ສະຫະລັດ) ທີ່​
ຖືກ​ໂຈະ​ໄວ້​ກ່ອນ​ໜ້າ​ນັ້ນ​ໃຫ້​ພິຈາລະນາ​ຄືນໃໝ່.

ແຫຼ່ງທີ່ມາ: ຂກທ
ວັນທີ 29/04/2026