ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ-ໄທ ຫຼຸດ​ລະດັບການ​ພົວພັນ​ທາງ​ການ​ທູດ


ທ່ານ ພູມ​ທຳ ເວດ​ຊະຍະ​ໄຊ ຮັກສາ​ການ​ນາຍົກລັດຖະມົນຕີໄທ

     ​ວັນ​ທີ 23 ກໍລະກົດ 2025, ລັດຖະບານ​ໄທ ໄດ້ຮຽກເອົາ​ເອກ​ອັກ​ຄະ​ຣາຊະ ​ທູດກຳປູເຈຍ ປະຈຳ ປະເທດໄທ ມາຊີ້ແຈງ, ພາຍຫຼັງ​ ເລື່ອງ​
ພົນ​ທະຫານ ໄທຄົນ​ໜຶ່ງ​ຢຽບ​ກັບລະເບີດ ໄດ້ຮັບບາດເຈັບ ໜັກໃນ​ຂະນະ​ລາດຕະເວນ​ຢູ່​ເຂດ ຊາຍ​ແດນ​ແຂວງ ອຸບົນ​ຣາຊະ​ທານີ ໃນ​ຕອນ ແລງ​
ວັນ​ທີ 23 ກໍລະ ກົດ ຜ່ານ​ມາ.

     ຕອນ​ຄ່ຳ​ວັນ​ທີ 23 ກໍລະກົດ, ທ່ານ ພູມ​ທຳ ເວດ​ຊະຍະ​ໄຊ ຮັກສາ​ການ​ນາຍົກລັດຖະມົນຕີ ໄທ ໃຫ້​ສຳພາດ​ຕໍ່​ສື່​ວ່າ: ລັດຖະບານ​ໄທ ໄດ້​
ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື​ທີ່​ເໝາະ​ສົມ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ, ພ້ອມ​ດຽວ​ກັນ​ນັ້ນ ກໍ​ເນັ້ນ​ໜັກ​ວ່າ, ການ​ດັດ​ປັບ​ລະ
ດັບ​ການ​ພົວພັນ​ທາງ​ການ​ທູດ​ກັບ ກຳປູເຈຍ ພວມ​ໄດ້​ຮັບ​ການ​ຊັ່ງຊາ.ໃນຕອນ​ເຊົ້າ​ມືດວັນ​ທີ 24 ກໍລະກົດ ເລີ່ມມີການປະທະກັນດ້ວຍ ອາວຸດ
ສື່​ມວນ​ຊົນ ກຳປູເຈຍ ໄດ້​ ລາຍງານ​ຂ່າວ​ຢ່າງ​ກວ້າງຂວາງ​ວ່າ: ລັດຖະບານ ຣາຊະ​ອານາຈັກ ກຳປູເຈຍ ຕັດສິນ​ໃຈ​ຫຼຸດ​ລະດັບ​ການ​ພົວພັນ​ທາງ​ການ​
ທູດ​ກັບໄທ ລົງ​ເຫຼືອ​ຂັ້ນ​ເລຂາ​ໂທ ແລະ ຮຽກ​ບັນດາ​ພະນັກງານ​ທາງ​ການ​ທູດ​ທີ່​ພວມ​ເຮັດ​ວຽກ​ຢູ່​ສະຖານທູດ ກຳປູເຈຍ ປະຈຳ ນະຄອນຫຼວງ​ບາງ
ກອກ ກັບ​ຄືນ​​ປະເທດ. ພ້ອມ​ດຽວ​ກັນ​ນັ້ນ, ກຳປູເຈຍ ກໍ​ຮຽກຮ້ອງ​ໃຫ້​ບັນດາ​ພະນັກງານ​ການ​ທູດ​ຂອງໄທ ອອກ​ຈາກ​ປະເທດ​ຕົນທັນທີ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/07/2025