
ອິດສະຣາແອນໂຈມຕີນະຄອນຫຼວງ ຊານາຂອງ ເຢເມນ

ໃນວັນທີ 25 ກັນຍາ 2025 ຕາມເວລາທ້ອງຖິ່ນ, ອິດສະຣາແອນ ໄດ້ໂຈມຕີນະຄອນຫຼວງຊານາຂອງ ເຢເມນ ທາງອາກາດ ເຮັດໃຫ້
ມີຜູ້ເສຍຊີວິດ 8 ຄົນ ແລະ ໄດ້ຮັບບາດເຈັບ 142 ຄົນ. ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບອາດຈະເພີ່ມຂຶ້ນອີກ. ອິດສະຣາແອນ ໄດ້ໂຈມຕີ
ຫຼາຍເປົ້າໝາຍຂອງກຸ່ມປະກອບອາວຸດຮູຕີຢູ່ນະຄອນຫຼວງຊານາຂອງ ເຢເມນ ຂະໜາດໃຫຍ່ ໂດຍໄດ້ສົ່ງຍົນສູ້ຮົບຫຼາຍສິບລຳ, ໂຈມຕີຕຶກ
ຂອງກອງເສນາທິການໃຫຍ່, ຕຶກຂອງອົງການຄວາມໝັ້ນຄົງ ແລະ ຂ່າວລັບ, ຕຶກກອງຂ່າວລັບທາງການທະຫານ ແລະ ຄ້າຍທະຫານຫຼາຍ
ແຫ່ງຂອງກຸ່ມປະກອບອາວຸດຮູຕີ. ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນ ກ່າວວ່າ: ກອງທະຫານອິດສະຣາແອນ ໄດ້ຍິງຜູ້ປະ
ກອບອາວຸດຫຼາຍສິບຄົນເສຍຊີວິດ, ທຳລາຍຍົນບໍ່ມີຄົນຂັບ ແລະ ອາວຸດເປັນຈຳນວນຫຼວງຫຼາຍ. ນີ້ເປັນການຕອບໂຕ້ຕໍ່ກຸ່ມປະກອບອາວຸດຮູ
ຕີທີ່ໂຈມຕີອິດສະຣາແອນ ດ້ວຍຍົນບໍ່ມີຄົນຂັບໃນວັນທີ 24 ກັນຍາ ຜ່ານມາ. ກຸ່ມປະກອບອາວຸດຮູຕີໄດ້ໂຈມຕີເມືອງໄອລັດ ທີ່ເປັນຕົວ
ເມືອງແຄມຝັ່ງທະເລແດງ ທາງພາກໃຕ້ອິດສະຣາແອນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 29/09/2025