ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ຄວາມ​ໝັ້ນຄົງ ​ສປຊ ກະຕຸກ​ຊຸກຍູ້​ຟື້ນ​ຟູ​ ການ​ເຈລະຈາ​ນິວ​ເຄລຍ ອີ​ຣານ

     ​ວັນ​ທີ 26 ມິ​ຖຸ​​​ນາ 2025  ຂໍ້​ຕົກລົງ​ຢຸດ​ຍິງ ເຊິ່ງ​ທ່ານ​ປະທານາທິບໍດີ ອາ​ເມ​ຣິ​ກາ ປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ມິຖຸນາ ຜ່ານ​ມາ ໄດ້​
ເປີດ​ໂອກາດ ເພື່ອ​ໃຫ້​ບັນດາ​ຝ່າຍ​ຫຼີກ​ລ້ຽງ​ການ​ເພີ່ມ​ເຫດ​ວິນາດ​ຊະ​ກຳ ແລະ ບັນລຸ​ໄດ້​ມາດ​ຕະການ​ສັນຕິພາບ​ສຳລັບ​ບັນຫາ​ນິວ​ເຄລຍ ຂອງ ອີ​ຣານ.

     ວັນ​ທີ 25 ມິຖຸນາ ຜ່ານ​ມາ, ສະພາ​ຄວາມ​ໝັ້ນຄົງ ​ສປຊ ໄດ້​ດຳເນີນ​ກອງ​ປະຊຸມ​ເປີດ​ນັດ​ສາມັນ​ປະຈຳ​ໄລຍະ, ປຶກສາ​ຫາລື​ກ່ຽວ​ກັບ​ການ
​ປະຕິບັດ​ມະຕິ​ສະບັບ​ເລກ​ທີ 2231 ລົງ​ວັນ​ທີ 20 ກໍລະກົດ 2015 ເອກະສານ​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ນິວ​ເຄລຍ ອີ​ຣານ (ແຜນການ​ດຳເນີນ​ການ
​ຮ່ວມ​ຮອບດ້ານ-JCPOA). ກອງ​ປະຊຸມ​ໄດ້​ດຳເນີນ​ໃນ​ສະພາບ​ການ ອິດ​ສະ​ຣາ​ແອນ ແລະ ອີ​ຣານ ຫາ​ກໍ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ອາ​ເມ​ຣິ​ກາ
ເປັນກາງ​ໄກ່​ເກ່ຍ, ຊ່ວຍ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເກືອບ 2 ອາທິດ​ໄວ້​ຊົ່ວຄາວ.

     ຄຳ​ເຫັນ​ໃນ​ການ​ປຶກສາ​ຫາລື, ຂໍ້​ຕົກລົງ​ຢຸດ​ຍິງ ເຊິ່ງ ທ່ານ​ປະທານາທິບໍດີ ອາ​ເມ​ຣິ​ກາ ປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ມິຖຸນາ ໄດ້​ເປີດ​ໂອກາດ
​ເພື່ອ​ໃຫ້​ບັນດາ​ຝ່າຍ​ຫຼີກ​ລ້ຽງ​ການ​ເພີ່ມ​ເຫດ​ວິນາດ​ຊະ​ກຳ ແລະ ບັນລຸ​ໄດ້​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນຫາ​ນິວ​ເຄລຍ ອີ​ຣານ. ຍັງ​ມີ​ການ​ແບ່ງ​
ແຍກ ແລະ ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ, ແຕ່​ບັນດາ​ຝ່າຍ​ເຂົ້າ​ຮ່ວມ JCPOA ລວມ​ມີ ຈີນ, ຝຣັ່ງ, ເຢຍ​ລະ​ມັນ, ຣັດ​ເຊຍ, ອັງກິດ, ອີ​ຣານ
ລ້ວນ​ແຕ່​ເຄີຍ​ຢ້ຳ​ຄືນ​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ການ​ຊອກ​ຫາ​ມາດ​ຕະການ​ທາງ​ການ​ທູດ.

ແຫຼ່ງທີ່ມາ: ຂກທ
ວັນທີ 30/06/2025