ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ສະເຫຼີມສະຫຼອງ 74 ປີ​ ແຫ່ງ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ກຳປູເຈຍ

     ​ວັນ​ທີ 28 ມິຖຸນາ 2025 ຢູ່​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ກຳປູເຈຍ (CPP), ທີ່​ນະຄອນຫຼວງ ພະນົມ​ເປັນ, ໄດ້​ຈັດ​ພິທີ​ໂຮມ​ຊຸມ
ນຸມ​ສະເຫຼີມສະຫຼອງ 74 ປີ​ແຫ່ງ​ວັນ​ສ້າງຕັ້ງ​ພັກ CPP (28 ມິຖຸນາ 1951-28 ມິຖຸນາ 2025).

     ພິທີ​ໂຮມ​ຊຸມນຸມ​ມີ​ຜູ້​ແທນ​ເຂົ້າ​ຮ່ວມ 10.000 ທ່ານ ເຊິ່ງ​ແມ່ນ​ການ​ນຳ, ເຈົ້າ​ໜ້າທີ່​ຕາງໜ້າ​ບັນດາ​ອົງການ, ກະຊວງ, ຂະແໜງການ,
ທ້ອງຖິ່ນ, ບັນດາ​ໝູ່​ຄະນະ​ຈັດ​ຕັ້ງ, ສາ​ສະໜາ. ທ່ານ ຮຸນ​ເຊນ ປະທານ CPP ໄດ້​ທົບ​ທວນຄືນ​ປະຫວັດສາດ​ການ​ສ້າງຕັ້ງ ແລະ​ພັດທະນາ
​ຂອງ CPP. ໃນ​ໄລຍະ 74 ປີຜ່ານມາ ຊີ້​ໃຫ້​ເຫັນ​ວ່າ CPP ແມ່ນ​ກຳລັງ​ການເມືອງ​ໜຶ່ງ​ດຽວ​ຍາມ​ໃດ​ກໍ​ສະໜິດ​ຕິດ​ພັນ, ຮ່ວມ​ທຸກ​ຮ່ວມ
​ສຸກ​ກັບ​ປະຊາຊົນ​ກຳປູເຈຍ ບໍ່​ວ່າ​ເວລາ​ໃດ, ບົນ​ພື້ນຖານ​ຢືດ​ໝັ້ນ​ກັບ​ເປົ້າ​ໝາຍ ແລະ ອຸດົມ​ຄະຕິ​ຂອງ​ຕົນ. ນັ້ນ​ແມ່ນ​ເຕົ້າໂຮມ​ກຳລັງ​ແຮງ​ຂອງ​
ທົ່ວ​ປວງ​ຊົນ​ທັງ​ຊາດ, ບໍ່​ຈຳແນກ​ພາກສ່ວນ​ຊົນເຜົ່າ, ຍິງ-ຊາຍ, ພາສາ, ສາສະໜາ ເພື່ອ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງສັນ​ປະເທດ​ກຳປູ
ເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/07/2025