
ສປຊ ຮຽກຮ້ອງ ອິດສະຣາແອນ ຢຸດຍິງໃນເຂດກາຊາ ທັນທີ
ວັນທີ 27 ສິງຫາ, ໂດຍອີງຕາມໂຄສົກ ສປຊ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ກາຊາ ໄດ້ລາຍງານວ່າ ພາຍໃນ 24 ຊົ່ວໂມງ ມີຜູ້ເສຍ
ຊີວິດຕື່ມອີກ 3 ກໍລະນີ ຍ້ອນຂາດສານອາຫານ ໂດຍຈຳນວນຜູ້ເສຍຊີວິດຍ້ອນການອຶດຫິວເພີ່ມເປັນ 303 ຄົນ, ໃນນັ້ນມີເດັກນ້ອຍ 117 ຄົນ.
ໃນຂະນະນັ້ນ, ມີຫຼາຍກວ່າ 36.000 ຄົນ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພໃນຊຸມວັນມໍ່ໆມານີ້.
ໂຄສົກ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງບັນດາກິດຈະກຳຊ່ວຍເຫຼືອສາກົນສືບຕໍ່ຖືກກີດຂວາງຈາກອຳນາດການປົກ
ຄອງ ອິດສະຣາແອນ, ພ້ອມທັງຮຽກຮ້ອງຢຸດຍິງໃນທັນທີ ແລະ ຮັບປະກັນການເຂົ້າເຖິງມະນຸດສະທຳຢ່າງຮອບດ້ານໃນທົ່ວເຂດ ກາຊາ, ກໍຄື:
ປ່ອຍຕົວປະກັນທັງໝົດເປັນອິດສະຫຼະໂດຍບໍ່ມີເງື່ອນໄຂ. ໃນວັນດຽວກັນ, ຊາວອິດສະຣາແອນ ນັບພັນຄົນໄດ້ເຕົ້າໂຮມກັນ ຢູ່ຖະໜົນ ແຕນອາ
ວີບ ເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ທ່ານ ເບັນຈາມິນ ເນທັນຢາຮູ ບັນລຸໄດ້ຂໍ້ຕົກລົງກັບ ຮາມາສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງ
ຕົວປະກັນກັບຄືນເມືອປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/09/2025