
ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ວັນທີ 30 ກັນຍາ 2025 ວ່າ: ໂດຍອີງຕາມກອງທຶນຄວາມຮັ່ງມີແຫ່ງຊາດດານັນຕາຣາ ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການ
ປ່ຽນຂີ້ເຫຍື້ອເປັນພະລັງງານ (WTE) ໃນທ້າຍເດືອນຕຸລາ ນີ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂີ້ເຫຍື້ອທີ່ເພີ່ມ
ຂຶ້ນ ແລະ ສົ່ງເສີມພະລັງງານໝູນວຽນ.
ທ່ານ ໂຣຊານ ໂຣສລານີ ຫົວໜ້າອົງການລົງທຶນຂອງລັດດານັນຕາຣາ ກ່າວວ່າ: ໃນໄລຍະທຳອິດຈະມີການສ້າງໂຮງງານປ່ຽນຂີ້ເຫຍື້ອ
ເປັນພະລັງງານ 8 ແຫ່ງ ໃນເດືອນຕຸລານີ້. ໂດຍອິນໂດເນເຊຍຕັ້ງເປົ້າໝາຍສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ ຈຳນວນ 33 ແຫ່ງ
ໃນທົ່ວປະເທດ, ແຕ່ລະແຫ່ງມີຄວາມສາມາດໃນການຈັດການຂີ້ເຫຍື້ອ 1.000 ໂຕນຕໍ່ມື້ ແລະ ມີມູນຄ່າການລົງທຶນເຖິງ 3 ພັນຕື້ຣູເປຍ.
ທ່ານ ໂຣຊານ ໃຫ້ຮູ້ວ່າ: ອິນໂດເນເຊຍຜະລິດຂີ້ເຫຍື້ອປະມານ 35 ລ້ານໂຕນຕໍ່ປີ, ແຕ່ປັດຈຸບັນມີການຈັດການຂີ້ເຫຍື້ອພຽງແຕ່ 60%
ເທົ່ານັ້ນ ແລະ ຄາດວ່າໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຈະສະໜອງການແກ້ໄຂຂີ້ເຫຍື້ອໃນໄລຍະຍາວຂອງປະເທດ, ພ້ອມທັງເລັ່ງການ
ພັດທະນາແຫຼ່ງພະລັງງານໃໝ່ ແລະ ພະລັງງານໝູນວຽນ.
ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຄາດວ່າຈະຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງປະເທດໄດ້ເຖິງ 80%, ຜະລິດກະ
ແສໄຟຟ້າໄດ້ເຖິງ 15 ເມກາວັດຕໍ່ໂຮງງານ ແລະ ຫຼຸດຜ່ອນການນຳໃຊ້ທີ່ດິນລົງເຖິງ 90%.
ແຫຼ່ງທີ່ມາ: ຂກທ
ວັນທີ 02/10/2025