ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູ​ແກຣນ ຈະ​ຖອນ​ຕົວ​ອອກ​ຈາກ ສົນທິສັນຍາ​ອົດ​ຕາ​ວາ
ວ່າ​ດ້ວຍ ການ​ເກືອດ​ຫ້າມ ລະເບີດຕ້ານບຸກຄົນ

     ​​ວັນ​ທີ 1 ກໍລະກົດ 2025 ປະທານາທິບໍດີ ອູ​ ແກຣນ ໄດ້​ເຊັນ​ດຳລັດ ອະນຸຍາດໃຫ້​ເລີ່ມ​ຂັ້ນ​ຕອນຖອນ​ຕົວ​ອອກ​ຈາກ “ ສົນທິສັນຍາ ອົດ
​ຕາ​ວາ ວ່າ​ດ້ວຍ ການ​ເກືອດ​ຫ້າມ ລະເບີດຕ້ານບຸກຄົນ ”. ຫຼັງ​ຈາກ​ນັ້ນ, ສະພາ​ລາ​ດາ​ສູງ​ສຸດ ອູ​ແກຣນ ຈະ​ພິຈາລະນາ ຕໍ່​ດຳລັດ ດັ່ງກ່າວ.

     ກ່ອນ​ໜ້າ​ນີ້, ມີ​ຫຼາຍ​ປະເທດ​ໃນ​ເອີ​ຣົບ​ຕາເວັນ​ອອກ ໄດ້​ໂຈະ​ການ​ປະຕິບັດ​ຕາມ​ພັນທະ​ຂອງ​ສົນທິສັນຍາ ດັ່ງກ່າວ ໂດຍ​ໄດ້​ພິຈາລະນາເຖິງ
​ບັນຫາ​ດ້ານ​ຄວາມ​ໝັ້ນຄົງ. ກ່ອນ​ໜ້າ​ນີ້​ມີ: ລິດ​ຕົວ​ນີ, ລັດ​ເວຍ ແລະ ແອັດ​ສະ​ໂຕ​ນີ ໄດ້​ຍື່ນ​ເອກະສານ ຂໍ​ຖອນ​ຕົວ ອອກ​ຈາກ “ ສົນທິ ສັນຍາ
ອົດ​ຕາ​ວາ ວ່າ​ດ້ວຍການ​ເກືອດ​ຫ້າມ ລະເບີດຕ້ານບຸກຄົນ” ໃຫ້​ອົງການ ສະຫະ​ປະຊາ​ຊາດ. ອີງ​ຕາມ​ເນື້ອ​ໃນ​ຂອງ​ສົນທິສັນຍາ ດັ່ງກ່າວ, 3 ປະ
ເທດ​ນີ້ ຈະ​ຖອນ​ຕົວ​ອອກ​ຈາກ ສົນທິສັນຍາ​ຢ່າງ​ເປັນ​ທາງ​ການ ຫລັງ​ຈາກ​ນີ້ 6 ເດືອນ.

     ສື່​ມວນ​ຊົນ ເອີ​ຣົບ ແຈ້ງ​ຂ່າວ​ວ່າ: ແຟັງ​ລັງ ແລະ ໂປ​ໂລຍ ກໍ​ໄດ້​ເລີ່ມ​ຂັ້ນ​ຕອນ​ຂໍ​ຖອນ​ຕົວ​ອອກຈາກ​ສົນທິສັນຍາ ດັ່ງກ່າວ​ເຊັ່ນ​ດຽວ​ກັນ. ສຳ
ລັບ ສົນທິສັນຍາ ອົດ​ຕາ​ວາ ວ່າ​ດ້ວຍການ​ເກືອດ​ຫ້າມ ລະເບີດຕ້ານບຸກຄົນ ມີ​ຜົນ​ບັງຄັບ​ໃຊ້ ຢ່າງ​ເປັນ​ທາງ​ການ​ໃນ​ປີ 1999 ໂດຍ​ໄດ້​ເກືອດ​ຫ້າມ
ການ​ນຳ​ໃຊ້, ສະ​ສົມ, ຜະລິດ ແລະ ໂອນ​ລະເບີດ ດັ່ງກ່າວ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/07/2025