ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສານ​ລັດ​ຖະ​ທຳ​ມະນູນ​ໄທ ຕັດສິນປົດຕໍາແໜ່ງ ນາຍົກລັດຖະມົນຕີໄທ ຖານຄວາມຊື່ສັດ

     ​​ວັນ​ທີ 29 ສິງຫາ 2025 ທ່ຜ່ານ​ມາ​ນີ້, ສານ​ລັດ​ຖະ​ທຳ​ມະນູນ​ໄທ ໄດ້​ຕັດສິນໃຈປົດ​ຕຳແໜ່ງ ນາງ ແພ​ທອງ​ທານ ຊິນນະ​ວັດ ນາຍົກ
ລັດຖະມົນຕີໄທ ດ້ວຍຂໍ້ຫາບໍ່ມີຄວາມຊື່ສັດຕໍ່ໜ້າທີ່ຕໍາແໜ່ງ. ຂໍ້​ຕົກລົງ ດັ່ງກ່າວໄດ້​ຍົກ​ອອກ​ມາ ພາຍຫຼັງການ​ໂອ້​ລົມທາງ​ໂທລະສັບ ຖືກ​ຮົ່ວ​
ໄຫຼ ເມື່ອ​ເດືອນ ມິຖຸນາ 2025 ໂດຍ​ສະແດງ ໃຫ້​ເຫັນ​ວ່າ: ທ່ານ ນາງ ແພ​ທອງ​ທານ ຊິນນະ​ວັດ ມີ​ການ​ກ່າວ​ປາ​ໄສ ທີ່​ກໍ່ໃຫ້ເກີດ ການ​ໂຕ້​
ຖຽງ​ກັນ ໃນ​ຈຸດ​ເວລາ ສະພາບ​ຄວາມ​ເຄັ່ງ​ຕຶງ ຢູ່​ຊາຍ​ແດນ​ລະຫວ່າງ ໄທ ແລະ ກຳປູເຈຍ ພວມ​ເພີ່ມ​ຂຶ້ນ.

     ຫຼັງ​ຈາກ​ນັ້ນ, ທ່ານ ນາງ ແພ​ທອງ​ທານ ຊິນນະ​ວັດ ກໍ​ໄດ້​ຢັ້ງຢືນຄວາມ​ຖືກຕ້ອງ​ຂອງ​ເທັບ​ບັນທຶກ​ສຽງ ດັ່ງກ່າວ​ ແລ້ວ, ພ້ອມ​ທັງ ຢັ້ງຢືນ​
ວ່າ ນີ້​ແມ່ນ​ສ່ວນ​ໜຶ່ງ “ ໃນ​ຍຸດ​ທະ​ສາດເຈລະຈາ ” ໃນ​ບັນດາ​ຊາຍ​ແດນ ກັບ ກຳປູເຈຍ ເພື່ອ​ແນໃສ່ ປົກ​ປັກ​ຮັກສາ ສັນຕິພາບ, ອະທິປະ​ໄຕ
ແຫ່ງ​ຊາດ ແລະ ຮັບປະກັນ ຜົນ​ປະໂຫຍດ​ໃຫ້​ແກ່ ປະຊາຊົນ​ໄທ. ດ້ວຍ​ຄຳ​ຕັດສິນ​ຄັ້ງ​ນີ້, ທ່ານ ນາງ ແພ​ທອງ​ທານ ຊິນນະ​ວັດ ຈະ​ແມ່ນ ນາ
ຍົກລັດຖະມົນຕີ ຄົນທີ 5 ໃນ​ຮອບ ເວລາ 17 ປີຜ່ານມາ ຖືກ​ປົດ​ຕຳແໜ່ງຕາມ​ບັນດາ​ຄຳ​ຕັດສິນ ຂອງ​ສານ​ລັດ​ຖະ​ທຳ​ມະນູນ.

     ທ່ານ ນາງ ແພ​ທອງ​ທານ ຊິນນະ​ວັດ ກໍ​ຈະ​ຖືກ​ປົດ​ອອກ​ຈາກ​ຕຳແໜ່ງ ນາຍົກລັດຖະມົນຕີ, ຄະນະ​ລັດຖະບານຂອງ​ ທ່ານ ນາງ ແພ​
ທອງ​ທານ ຊິນນະ​ວັດ ກໍ​ຖືກ​ຍົກເລີກ ເພື່ອ​ເປີດ​ການ​ເລືອກ​ຕັ້ງນາຍົກລັດຖະມົນຕີ ຄັ້ງ​ໃໝ່ ແລະ ສ້າງຕັ້ງ ຄະນະ​ລັດຖະບານ​ຊຸດ​ໃໝ່ ໃນ​ໄລ
ຍະ​ຈະ​ມາເຖິງ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/09/2025