ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ ເລີ່ມ​ສ້າງ​ໂຮງ​ໄຟຟ້າ​ພະລັງງານ​ຂີ້​ເຫຍື້ອ

     ​​ສໍານັກ​ຂ່າວ​ຊິນ​ຮວາ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້, ປະເທດ​ອິນ​ໂດ​ເນ​ເຊຍ ໄດ້​ເລີ່ມ​ກໍ່ສ້າງ​ໂຄງການ​ສ້າງ​ໂຮງ​ໄຟຟ້າ​ພະລັງງານ​ຂີ້​ເຫຍື້ອ
ເລ​ໂກກ ນັງ​ກາ ຢູ່​ແຂວງ​ຊວາ​ຕາເວັນຕົກ ເພື່ອ​ແນໃສ່​ຂະຫຍາຍ​ຂີດ​ຄວາມ​ສາມາດ​ໃນ​ການ​ບຳບັດ​ຂີ້​ເຫຍື້ອ ແລະ ການ​ຜະລິດພະລັງງານ
​ໝູນວຽນ​ຜ່ານ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ເຜົາ​ໄໝ້ ທີ່ ອຸນຫະພູມ​ສູງ ເພື່ອ​ປ່ຽນ​ຂີ້​ເຫຍື້ອ ລວມ​ເຖິງ​ຂີ້​ເຫຍື້ອ​ ປລາ​​ສ​ຕິກ ໃຫ້​ກາຍເປັນ​ກະ
ແສ​ໄຟຟ້າ ແລະ ເຊື້ອ​ໄຟ​ທາງ​ເລືອກ.

     ນອກຈາກ​ນີ້ ເຕັກ​ໂນ​ໂລ​ຊີ ດັ່ງກ່າວ ຍັງ​ຖືກ​ອອກ​ແບບ​ມາ ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ມົນ​ລະ​ພິດ ທີ່​ເປັນ​ອັນຕະລາຍ​ໃຫ້​ໜ້ອຍ​ທີ່​ສຸດ​
ອີກ​ດ້ວຍ. ທ່ານ ຢູ​ລີ​ໂອດ ຕັນ​ຈຸງ ລັດຖະມົນຕີ​ກະຊວງ​ພະລັງງານ ແລະ ຊັບພະຍາກອນ​ແຮ່​ທາດ ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ພິທີ​ວາງ​ສິລາ​
ລຶ​ກວ່າ: ໂຄງການ​ດັ່ງກ່າວ ຈະ​ສາມາດ ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ ປະມານ 1,500 ຕຳແໜ່ງ ແລະ ມີ​ກຳລັງ​ການ​ຜະລິດ​ໄຟຟ້າ​ປະມານ
40 ເມ​ກາ​ວັດ. ໂຮງ​ໄຟຟ້າ​ແຫ່ງ​ນີ້ ຈະ​ປ່ຽນ​ຂີ້​ເຫຍື້ອ​ໃຫ້​ເປັນ​ພະລັງງານ​ໝູນ ວຽນ ເຊິ່ງ​ຈະ​ຊ່ວຍ​ຫຼຸດຜ່ອນ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ ແລະ
ຍົກ​ລະດັບ​ຄຸນ​ນະ​ພາບ​ສິ່ງແວດລ້ອມ ໂດຍ​ຄາດ​ວ່າ ຈະ​ເລີ່ມ​ດຳເນີນການ ໃນ​ທາງ​ການ​ຄ້າໃນ​ປີ 2029.

     ຂະນະ​ດຽວ​ກັນ, ລັດຖະບານພວມ​ຢູ່​ໃນ​ຂັ້ນ​ຕອນ​ການ​ກະກຽມ​ສຳລັບ​ໂຄງການສ້າງ​ໂຮງ​ໄຟຟ້າພະລັງງານ​ຂີ້​ເຫຍື້ອ ໃນ​ເຂດ​ຕົວ​ເມືອງ
ສຳຄັນ ຢູ່​ນະຄອນຫຼວງ​ຈາ​ກາ​ຕາ ເພື່ອ​ເພີ່ມ​ຂີດ​ຄວາມ​ສາມາດ​ໃນ​ການ​ກຳຈັດ ແລະ ໝູນ​ໃຊ້​ ຂີ້​ເຫຍື້ອ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ຫຼາຍ​ກວ່າ​​
ພະລັງງານ.

ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2026