
ຜົນສຳເລັດການພົບປະກັນລະຫວ່າງລັດຖະມົນຕີຕ່າງປະເທດຈີນ, ກຳປູເຈຍ ແລະ ໄທ

ວັນທີ 30 ທັນວາ ນີ້ ການພົບປະກັນລະຫວ່າງລັດຖະມົນຕີຕ່າງປະເທດຈີນ, ກຳປູເຈຍ ແລະ ໄທ ໄດ້ຈັດຂຶ້ນຢູ່ນະຄອນຢີ້ວຊີແຂວງ
ຢຸນນານ ສປ ຈີນ ຢ່າງສຳເລັດຜົນ. ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ທັງເປັນລັດຖະມົນຕີກະຊວງການ
ຕ່າງປະເທດຈີນ, ທ່ານ ປຣັກ ໂຊຄົນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານ ສີຫະສັກ ພວງ
ເກດແກ້ວ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ຜູ້ຮັບຜິດຊອບຂອງກອງທັບສາມປະເທດໄດ້ເຂົ້າຮ່ວມ.
ທ່ານ ຫວາງຢີ້ ກ່າວວ່າ: ການປຶກສາຫາລືສາມຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຄື: ໜຶ່ງ, ຮ່ວມກັນເບິ່ງ ແລະ ກ້າວໄປ
ຂ້າງໜ້າ. ສອງ, ຄ່ອຍໆໄປຂ້າງໜ້າແຕ່ບໍ່ຢຸດຢູ່ບ່ອນເກົ່າ. ສາມ, ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຄືນໃໝ່ເປັນສິ່ງສຳຄັນທີ່
ສຸດ. ຈີນຈະເປັນຜູ້ຊຸກຍູ້ການພັດທະນາສາຍພົວພັນລະຫວ່າງກຳປູເຈຍກັບໄທແຕ່ຕົ້ນຕະຫຼອດປາຍ, ຍິນດີສະໜອງການຊ່ວຍເຫຼືອ ແລະ
ການສະໜັບສະໜູນທຸກຢ່າງທີ່ຈຳເປັນ, ຈີນຄອງຄອຍ ແລະ ເຊື່ອໝັ້ນວ່າການພົວພັນລະຫວ່າງກຳປູເຈຍກັບໄທຈະກັບຄືນສູ່ປົກກະຕິໂດຍ
ໄວ. ລັດຖະມົນຕີຕ່າງປະເທດກຳປູເຈຍ ແລະ ໄທຕ່າງສະແດງຄວາມຂອບໃຈນຳຈີນທີ່ສະໜອງເວທີສົນທະນາຄັ້ງນີ້ ແລະ ຍ້ອງຍໍຊົມເຊີຍ
ບົດບາດທີ່ມີລັກສະນະສ້າງສັນຂອງຈີນເພື່ອແກ້ໄຂການປະທະກັນ, ຜ່ອນຄາຍສະຖານະການ ແລະ ຊຸກຍູ້ການສົນທະນາ.
ຫຼັງຈາກການພົບປະກັນ, ສາມຝ່າຍໄດ້ອອກປະກາດແຈ້ງຂ່າວໂດຍໄດ້ກຳນົດໃນ 5 ດ້ານຢ່າງຈະແຈ້ງວ່າ: ກຳປູເຈຍ ແລະ ໄທຈະເພີ່ມ
ທະວີການແລກປ່ຽນຕື່ມອີກ, ເພີ່ມທະວີຄວາມເຂົ້າໃຈ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງການຢຸດຍິງເທື່ອລະກ້າວ, ຟື້ນຟູການໄປມາ
ຫາສູ່ກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທາງການເມືອງຄືນໃໝ່, ບັນລຸການຫັນປ່ຽນການພົວພັນໃຫ້ດີຂຶ້ນ ແລະ ປົກປັກຮັກ
ສາສັນຕິພາບຂອງພາກພື້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/01/2026