ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີ​ລິບ​ປິນ​ ເຕືອນ​ໜ່ວຍ​ງານ​ທ້ອງຖິ່ນ​ເຝົ້າ​ລະວັງ​ ພະຍາດ
ມື​ຕີນ​ປາກຫຼັງພົບ​ຈຳນວນ​ຜູ້​ຕິດເຊື້ອ​ເພີ່ມ​ຂຶ້ນ

     ​ກະຊວງ​ສາທາລະນະ​ສຸກ​ຟີ​ລິບ​ປິນ (DOH) ລາຍ​ງານ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ອາທິດ​ດຽວ​ມີ​ຜູ້​ຕິດເຊື້ອ​ພະຍາດ​ມື, ຕີນ, ປາກ
(HFMD) ຈຳນວນ 2.525 ຄົນ ເຮັດ​ໃຫ້​ຈຳນວນ​ຜູ້​ຕິດເຊື້ອ​ສະ​ສົມ​ ນັບ​ແຕ່​ເດືອນ​ມັງກອນ​ຈົນ​ຮອດ​ວັນ​ທີ 16 ສິງຫາ ມີ​ທັງ​ໝົດ 39.893 ຄົນ.

     DOH ລະບຸ​ວ່າ: ປະມານ 50% ຂອງ​ຜູ້​ຕິດເຊື້ອ​ເປັນ​ເດັກນ້ອຍ​ອາຍຸ 13 ປີ. ສຳນັກ​ຂ່າວ​ຊິນ​ ຮວາ​ລາຍ​ງານ​ວ່າ: ຈຳນວນ​ຜູ້​ຕິດເຊື້ອ
HFMD ທີ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ ເຮັດ​ໃຫ້ DOH ຮຽກຮ້ອງ​ໃຫ້​ໜ່ວຍ​ງານ​ລັດ​ທ້ອງຖິ່ນ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ເຝົ້າ​ລະວັງ​ພະຍາດ​ໄວ​​ຣັສ​
ທີ່​ແຜ່​ເຊື້ອ​ນີ້. ພະຍາດ HFMD ເກີດ​ຈາກ​ເຊື້ອ​ໄວ​​ຣັສ​ກຸ່ມ​ເອນ​ເຕີ​ໂຣ​ໄວ​​ຣັສ (Enterovirus) ທີ່​ມີ​ຫຼາຍ​ສາຍ​ພັນ ເຊິ່ງ​ມັກ​ເກີດ​ໃນ​ເດັກ ໂດຍ​ຜູ້​
ຕິດເຊື້ອ​ຈະ​ມີ​ອາການ​ເປັນໄຂ້, ມີ​ບາດແຜ​ໃນ​ປາກ​ທີ່​ເຈັບ​ປວດ ແລະ ຜື່ນ​ໂພງ​ຕາມ​ມື, ຕີນ ແລະ ກົ້ນ ໂດຍ​ພະຍາດ​ນີ້​ແຜ່​ເຊື້ອ​ຜ່ານ​ການ​ສຳຜັດ​ໃກ້
ຊິດ​ກັບ​ນ້ຳລາຍ, ຂີ້ມູກ, ຂອງ​ເຫລວ​ຈາກ​ຕຸ່ມ​ໂພງ​ໜອງ ຫຼື ອຸ​ຈາລະ​ຂອງ​ຜູ້​ຕິດເຊື້ອ.

ແຫຼ່ງທີ່ມາ: ຂກທ
ວັນທີ 08/09/2025