ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄພ​ນ້ຳ​ຖ້ວມ​ຢູ່ ອິນ​ໂດ​ເນ​ເຊຍ ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 300 ຄົນ

     ​ສຳນັກ​ຂ່າວ​ອິນ​ໂດ​ເນ​ເຊຍ ລາຍ​ງານ​ວັນ​ທີ 30 ພະຈິກ ຜ່ານ​ມາ​ວ່າ: ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດ 303 ຄົນ ແລະ ຜູ້​ສູນຫາຍ 279 ຄົນ ຍ້ອນ​
ໄພ​ນ້ຳ​ຖ້ວມ​ໄຫຼຊຸ ແລະ ດິນ​ເຊາະ​ເຈື່ອນ ຢູ່​ສາມ​ແຂວງ​ຂອງ​ເຂດ ເກາະ​ສຸ​ມາດ​ຕຣາ (Sumatra) ຂອງ​ອິນ​ໂດ​ເນ​ເຊຍ.

     ໃນ​ນັ້ນ, ທາງ​ທິດເໜືອ​ຂອງ​ເກາະ ມີ​ຈຳນວນ​ຜູ້​ບາດເຈັບ ແລະ ເສຍ​ຊີວິດ​ສູງ​ທີ່​ສຸດ ປະມານ 166 ຄົນ, 143 ຄົນ ສູນຫາຍ ແລະ ປະຊາ
ຊົນ​ກວ່າ 35.000 ຄົນ ໄດ້​ຖືກ​ຍົກຍ້າຍ​ໄປ​ຍັງ​ບ່ອນ​ປອດ​ໄພ. ຂະນະ​ດຽວ​ກັນ ຍັງ​ມີ​ຫຼາຍ​ເຂດ​ຖືກ​ຕັດຂາດ ບໍ່​ສາມາດ​ຕິດຕໍ່​ພົວພັນ​ກັບ​ພາຍ​
ນອກ​ໄດ້, ປະຊາຊົນ​ຜູ້​ປະສົບ​ໄພ​ຈຳນວນ​ຫຼາຍ ພວມ​ດິ້ນ​ຮົນ ຊອກ​ຫາ​ອາຫານ ແລະ ນ້ຳ​ສະອາດ ເພື່ອ​ເອົາ​ຊີວິດ​ລອດ.

     ປັດຈຸບັນ, ລັດຖະບານ ອິນ​ໂດ​ເນ​ເຊຍ ພວມ​ພະຍາຍາມ​ຍົກຍ້າຍ​ຜູ້​ປະສົບ​ເຄາະ​ຮ້າຍ, ລວມ​ທັງ​ການ​ສະໜອງ​ການ​ຊ່ວຍເຫຼືອ​ໃຫ້​ແກ່​ເຂດ
​ຖືກ​ນ້ຳ​ຖ້ວມ​ຍຶ່ງ​ຂຶ້ນ​ສູງ ທີ່​ບໍ່​ສາມາດ​ຕິດຕໍ່​ກັບ​ພາຍ​ນອກ​ໄດ້. ອົງການ​ອຸ​ຕູ​ນິຍົມ​ອຸ​ທົກ​ກະ​ສາດ ແລະ ພູມີ​ຟີ​ຊິກ​ສາດ ອິນ​ໂດ​ເນ​ເຊຍ ແຈ້ງ​ເຕືອນ​
ວ່າ, ປະຊາຊົນ​ຄວນ​ລະມັດລະວັງ​ຕໍ່​ບັນດາ​ໄພພິບັດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ອີກ.

ແຫຼ່ງທີ່ມາ: ຂກທ
ວັນທີ 08/12/2025