
ຟີລິບປິນ ຕັ້ງໜ່ວຍງານພັດທະນາອຸດສາຫະກຳເຂົ້າ ຮັບມືຕົ້ນທືນ
ເພີ່ມຂຶ້ນ-ຫຼຸດລົງ
ສຳນັກຂ່າວຕ່າງປະເທດລາຍງານວັນທີ 7 ກັນຍາ ນີ້ວ່າ: ກະຊວງກະສິກຳ ຟີລິບປິນ ໄດ້ຈັດຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ
ຊົ່ວຄາວ ເພື່ອຍົກລະດັບການປະສານງານ ແລະ ຂັບເຄື່ອນໂຄງການພັດທະນາເຂົ້າທົ່ວປະເທດ ໂດຍຫ້ອງການດັ່ງກ່າວ, ຈະຄຸ້ມຄອງໂຄງ
ການພາຍໃຕ້ໂຄງການເຂົ້າແຫ່ງຊາດ ແລະ ກອງທຶນເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ ຂອງອຸດສາຫະກຳເຂົ້າ ທ່າມກາງຄວາມ
ທ້າທາຍ ຈາກຕົ້ນທຶນການຜະລິດທີ່ເພີ່ມສູງ, ໂຄງສ້າງພື້ນຖານ ພາຍຫລັງການເກັບກ່ຽວທີ່ບໍ່ພຽງພໍ ແລະ ຄວາມຕ້ອງການເພື່ອສົ່ງເສີມ
ການເຮັດກະສິກຳ ທີ່ຮັບມືກັບການປ່ຽນແປງສະພາບພູມອາກາດໃຫ້ດີຂຶ້ນ.
ນອກຈາກນັ້ນ, ກະຊວງດັ່ງກ່າວ ຍັງລະບຸວ່າ ຫ້ອງການໃໝ່ນີ້ ຈະຊ່ວຍໃຫ້ການບໍລິຫານຈັດການ ພາກສ່ວນເຂົ້າ ໃຫ້ມີປະສິດທິພາບ
ຫຼາຍຂຶ້ນ ໂດຍສະເພາະເຂົ້າເປັນອາຫານຫຼັກ ຂອງ ຟີລິບປິນ ເຊິ່ງເປັນປະເທດທີ່ມີປະຊາກອນຫລາຍກວ່າ110 ລ້ານຄົນ ແລະ ລັດຖະບານ
ຟີລິບປິນ ຍັງເນັ້ນໜັກເຖິງ ການດຳເນີນງານ ເພື່ອເພີ່ມຜົນຜະລິດເຂົ້າ ແລະ ຫຼຸດຜ່ອນການເພິ່ງພາການນຳເຂົ້າຢ່າງຕໍ່ເນື່ອງ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/09/2026