
ອາເມຣິກາ ກຳລັງພິຈາລະນາ ເພື່ອຖອນຕົວອອກຈາກກຸ່ມນາໂຕ

ສຳນັກຂາ່ວ ຟອກນິວ ລາຍງານໃນວັນທີ 2 ເມສານີ້ວ່າ: ຄວາມຂັດແຍ້ງກັນລະຫວ່າງອາເມຣິກາ ແລະ ບັນດາປະເທດເອີຣົບ ນັບ
ມື້ນັບຮຸນແຮງຂຶ້ນ ຍ້ອນການປະທະກັນຢູ່ຕາເວັນອອກກາງ. ທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ກ່າວວ່າ: ຍ້ອນປະເທດສະ
ມາຊິກກຸ່ມນາໂຕບໍ່ເຂົ້າຮ່ວມສົງຄາມຕໍ່ ອີຣານ, ຕົນກຳລັງ “ພິຈາລະນາຢ່າງຈິງຈັງ” ເພື່ອຖອນຕົວອອກຈາກກຸ່ມນາໂຕ.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນວັນທີ 31 ມີນາຜ່ານມາ, ທ່ານ ປີເຕີ ໄບຣອັນ ເຮກເຊັດ ລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ອາເມຣິກາ ກ່າວວ່າ: ໂດຍພິຈາລະນາຈາກປະເທດພັນທະມິດຈຳນວນໜຶ່ງປະຕິເສດການໃຫ້ການຊ່ວຍເຫຼືອ, ທ່ານ ໂດນັນ ທຣຳ
ຈະຕັດສິນອະນາຄົດຂອງກຸ່ມນາໂຕ ຫຼັງຈາກການເຄື່ອນໄຫວທາງການທະຫານຕໍ່ ອີຣານສິ້ນສຸດລົງ. ຕອນເຊົ້າມື້ດຽວກັນ, ທ່ານ ໂດ
ນັນ ທຣຳ ໄດ້ໂພສສອງຂໍ້ຄວາມຜ່ານສື່ສັງຄົມອອນລາຍ ໂດຍໄດ້ສະແດງຄວາມບໍ່ພໍໃຈຕໍ່ອັງກິດ ແລະ ຝຣັ່ງ ໃນການເຄື່ອນໄຫວທາງ
ການທະຫານຕໍ່ອີຣານ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/04/2026