
ອາເມຣິກາ ປ່ຽນຊື່ກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ

ວັນທີ 6 ກັນຍາ 2025 ທ່ານໂດນັນ ທຣຳ ປະທານາທິບໍດີອາເມຣິກາ ໄດ້ເຊັນດຳລັດຟື້ນຟູຊື່ເກົ່າຂອງ ກະຊວງປ້ອງກັນປະເທດ
ອາເມຣິກາ ໃນປະຫວັດສາດ ໂດຍປ່ຽນຊື່ຂອງກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ.
ຄຳທີ່ວ່າ “ ສົງຄາມ ” ເປັນຄຳບາດຕາຫຼາຍໃນວັນລະນຶກສົງຄາມຕໍ່ຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີ ແລະ ໄດ້
ຮັບຄວາມສົນໃຈເປັນຢ່າງສູງຈາກຫາງສຽງສາກົນ. ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG
ໄດ້ດຳເນີນການສຳຫຼວດປະຊາມະຕິຕໍ່ຜູ້ຕອບແບບສອບຖາມ 14.071 ຄົນຈາກ 38 ປະເທດໃນທົ່ວໂລກໃນປີ 2023 ແລະ ປີ 2024
ເຊິ່ງຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 61,3% ເຫັນວ່າ ອາເມຣິກາ ເປັນປະເທດທີ່ກະຫາຍສົງຄາມກວ່າໝູ່
ໃນທົ່ວໂລກ, ຜູ້ຕອບແບບສອບຖາມ 70,1% ເຫັນວ່າ ອາເມຣິກາ ທີ່ສົ່ງອອກສົງຄາມຕໍ່ພາຍນອກ ໄດ້ສ້າງວິກິດການທາງມະນຸດສະທຳ
ຢ່າງໜັກໜ່ວງໃນຂອບເຂດທົ່ວໂລກ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/09/2025