
ການລາດຕະເວນຮ່ວມ ຢູ່ຕາມລໍາແມ່ນ້ຳຂອງ ຄັ້ງທີ 159 ໄດ້ສຳເລັດລົງຢ່າງຈົບງາມ

ວັນທີ 5 ທັນວາ ທີ່ຜ່ານມາ, ຄຽງຄູ່ກັບເຮືອປະຕິບັດກົດໝາຍເລກທີ 53107 ຂອງຝ່າຍຈີນ ທີ່ເຂົ້າຮ່ວມການເຝິກຊ້ອມຮ່ວມລະຫວ່າງ
ຈີນ-ລາວ-ມຽນມາ ໄດ້ເຂົ້າທຽບທ່າເຮືອທີ່ກ່ຽວຂ້ອງຢູ່ກິ່ງແຂວງ ສິບສອງພັນນາແຂວງຢຸນນານ ສປ ຈີນ, ເປັນການລາດຕະເວນຮ່ວມເພື່ອປະ
ຕິບັດກົດໝາຍຢູ່ຕາມລໍາແມ່ນ້ຳຂອງ ຄັ້ງທີ 159 ກໍຄືກິດຈະກຳແລກປ່ຽນດ້ານການປະຕິບັດກົດໝາຍຕ່າງໆລະຫວ່າງຈີນ-ລາວ-ມຽນມາ-ໄທ
ໄດ້ສຳເລັດລົງຢ່າງຈົບງາມ. ການເຄື່ອນໄຫວຄັ້ງນີ້ໄດ້ເລີ່ມຂຶ້ນໃນວັນທີ 25 ພະຈິກຜ່ານມາ, ໃນການເຄື່ອນໄຫວຮ່ວມທີ່ດຳເນີນເປັນເວລາ 11
ວັນ, ພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງຈີນ-ລາວ-ມຽນມາ-ໄທ ໄດ້ຈັດຕັ້ງເຮືອປະຕິບັດກົດໝາຍ 7 ລຳ ແລະ ເຈົ້າໜ້າທີ່ປະຕິບັດ
ກົດໝາຍ 160 ກວ່າຄົນ, ໂດຍໄດ້ເດີນເຮືອລາດຕະເວນ1.600 ກວ່າກິໂລແມັດ. ໃນໄລຍະເຝິກຊ້ອມຮ່ວມ, ຈີນ-ລາວ-ມຽນມາ ໄດ້ນໍາໃຊ້
ການເຄື່ອນໄຫວກວດກາ ແລະ ນໍາຈັບຜູ້ຮ້າຍແບບສະເທືອນນ້ຳສະເທືອນບົກຢູ່ເຂດນໍ້າທີ່ເປັນຈຸດສຸມ ແລະ ອ່ອນໄຫວຂອງແມ່ນ້ຳຂອງ, ໄດ້
ກວດກາເຮືອສັນຈອນໄປມາ ຂອງປະເທດຕ່າງໆ 19 ລໍາ ແລະ ຜູ້ກ່ຽວ 175 ຄົນ ພ້ອມດ້ວຍສິນຄ້າ 3.400 ກວ່າໂຕນ, ໂດຍໄດ້ປາບປາມການ
ກະທໍາທີ່ຜິດກົດໝາຍ ແລະ ການກໍ່ອາຊະຍາກຳປະເພດຕ່າງໆຢູ່ຕາມລໍາແມ່ນໍ້າຂອງ ຢ່າງມີປະສິດທິຜົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2025